ຮ່ວມກັນປຸ້ນຊັບ ຖືກຈັບດໍາເນີນຄະດີ

ການດໍາລົງຊີວິດປະກອບອາຊິບ, ການທໍາມາຫາກິນ ຂອງຄົນທີ່ຢູ່ຮ່ວມກັນໃນສັງຄົມປະຈຸບັນນີ້ ແມ່ນມີຫຼາຍຮູບແບບ, ຫຼາຍອາຊີບທີ່ແຕກຕ່າງກັນ, ສ່ວນຫຼາຍແມ່ນພ້ອມພາກັນທໍາມາຫາກິນປະກອບອາຊີບສຸດຈະລິດ ຖືກຕ້ອງຕາມລະບຽບກົດໝາຍ, ແຕ່ກໍ່ຍັງປາສະຈາກບໍ່ໄດ້ກັບກຸ່ມຄົນຈໍານວນໜຶ່ງ ທີ່ເຄື່ອນໄຫວທໍາມາຫາກິນຜິດຕໍ່ລະບຽບກົດໝາຍ, ຜິດຈັນຍາທໍາ, ມີຈິດໃຈໂຫດຮ້າຍປ່າເຖື່ອນ, ບໍ່ມີຄວາມເມດຕາປານີຕໍ່ມະນຸດຮ່ວມໂລກດ້ວຍກັນ, ຄິດເຫັນແຕ່ຊອກຫາຜົນປະໂຫຍດສ່ວນຕົວ ໂດຍບໍ່ຄໍານຶງເຖິງຜົນຮ້າຍ ໄພອັນຕະລາຍກັບບຸກຄົນອື່ນ, ດັ່ງກໍລະນີຄະດີ ຮ່ວມກັນປຸ້ນຊັບ ຖືກຈັບມາດໍາເນີນຄະດີ.

ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງ ບໍລິຄັນ ແຂວງ ບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 13 ພະຈິກ 2022 ພາຍຫຼັງເຈົ້າໜ້າທີ່ວິຊາສະເພາະ ປກສ ກຸ່ມຫ້ວຍຄູນ ໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍຊື່ ທ້າວ ຮາວັນມາຍ ອາຍຸ 47 ປີ ( ສັນຊາດຫວຽດນາມ ) ອາຊີບຄ້າຂາຍ ອາໃສຢູ່ບ້ານທົ່ງນ້ອຍ ວ່າ: ເວລາປະມານ 22 ໂມງ ຂອງວັນທີ 12 ພະຈິກ 2022 ໄດ້ມີຄົນຮ້າຍ 03 ຄົນ, ເອົາຜ້າປິດໜ້າຖືອາວຸດປະເພດມີດມາຈີ້ເອົາເງິນຂອງຕົນໄປ ຈໍານວນ 16.000.000 ກີບ, ເງິນບາດ 1.000 ບາດ, ເງິນໂດລາ 300 ໂດລາ, ເງິນດົງ 500.000 ດົ່ງ ແລະ ໂທລະສັບມືຖື 1 ໜ່ວຍ.

ເມື່ອໄດ້ຮັບແຈ້ງຄວາມຄືດັ່ງກ່າວ ເຈົ້າໜ້າທີ່ວິຊາສະເພາະ ປກສ ກຸ່ມຫ້ວຍຄູນ ກໍ່ໄດ້ປະສານງານ ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງ ບໍລິຄັນ, ແລ້ວສົມທົບກັນຢ່າງຮີບຮ້ອນລົງຕິດຕາມເປົ້າໝາຍ ແລະ ເກັບກໍາຂໍ້ມູນສະຖານທີ່ເກີດເຫດ, ມາຮອດເວລາ 11 ໂມງຂອງວັນ 13 ພະຈິກ 2022 ສາມາດຈັບຕົວເປົ້າໝາຍ ຜູ້ຖືກສົງໄສ ໄດ້ ຈໍານວນ 2 ຄົນ ຄື: ທ້າວ ສຸວິໄຊ ຫຼື ຄໍາຮູ້ ອາຍຸ 24 ປີ ແລະ ທ້າວ ຂັນ ອາຍຸ 36 ປີ, ສ່ວນທ້າວ ວົງເດືອນ ຫຼື ຈ່ອຍ ແມ່ນໄດ້ເອົາຕົວລົບໜີ ທັງ 3 ເປັນປະຊາຊົນ ບ້ານຫ້ວຍຄູນ ເມືອງບໍລິຄັນ, ໃນເວລາ 21 ໂມງຂອງວັນດຽວກັນຜູ້ປົກຄອງ ທ້າວ ວົງເດືອນ ຫຼື ຈ່ອຍ ອາຍຸ 28 ປີ, ໄດ້ນໍາຕົວຜູ້ກ່ຽວມາມອບໃຫ້ເຈົ້າໜ້າທີ່ ສຶບສວນ – ສອບສວນ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຜ່ານການສືບສວນ – ສອບສວນ ໃນເບື້ອງຕົ້ນພວກກ່ຽວທັງ 3 ໄດ້ໃຫ້ການຮັບສາລະພາບວ່າ: ໃນເວລາ ປະມານ 11 ໂມງ, ຂອງວັນທີ 12 ພະຈິກ 2022 ທ້າວ ສຸວິໄຊ, ທ້າວ ຂັນ ແລະ ທ້າວ ວົງເດືອນ ໄດ້ຄິດວາງແຜນການ ປຸ້ນເອົາເງິນຂອງຄົນຫວຽດນາມ ທີ່ຊື້ເຫຼັກເສດ ຮ້ານຕັ້ງຢູ່ບ້ານທົ່ງນ້ອຍ ເມືອງ ປາກຊັນ ແຂວງບໍລິຄຳໄຊ ເພາະຜ່ານມາ ທ້າວ ຄຳຮູ້ ແມ່ນເຄີຍຂາຍເຫຼັກເສດໃຫ້ ທ້າວ ຮາວັນມາຍ ມາແລ້ວຈຳນວນຫຼາຍຄັ້ງ, ໂດຍ ທ້າວ ຄໍາຮູ້ ໄດ້ວາງແຜນການວ່າ: ທ້າວ ຄໍາຮູ້ ຈະໂທບອກໃຫ້ມາຫາ ບ່ອນນັດໝາຍເພື່ອຕົວະວ່າມີເຫຼັກເສດຈະຂາຍໃຫ້, ເມື່ອມາຮອດແລ້ວໃຫ້ຈີ້ເອົາເງີນ ແລ້ວມາແບ່ງປັນກັນ, ຫຼັງຈາກຕົກລົງກັນລະອຽດແລ້ວ ພວກກ່ຽວໄດ້ຂີ່ລົດຈັກເວບຈີນສີແດງດຳ ບໍ່ມີປ້າຍທະບຽນ ເຊິ່ງເປັນລົດຂອງ ທ້າວ ວົງເດືອນ ຊ້ອນ 3 ໄປຖ້າບ່ອນທີ່ນັດໝາຍ,  ຮອດເວລານັດໝາຍ ທ້າວ ຮາວັນມາຍ ແລະ ນາງ ຫງຽນທີທີ ( ສອງຜົວເມຍ ) ກໍ່ໄດ້ຂີ່ລົດກະປ໋ອງສີຂາວ ບໍ່ມີປ້າຍທະບຽນ ຍີ່ຫໍ້ SOJEN ( ໂຊເຈນ ) ອອກມາ, ແລ້ວ ທ້າວ ວົງເດືອນ ກໍ່ໄດ້ລັດລົດຄັນດັ່ງກ່າວ ພ້ອມທັງໄດ້ເວົ້າຂຶ້ນວ່າ: ເຫຼັກຢູ່ທາງໃນ ໜັກເອົາອອກມາບໍ່ໄດ້ ໃນເວລາທີ່ ທ້າວ ຮາວັນມາຍ ຂັບຂີ່ລົດເຂົ້າໄປເບີ່ງເຫຼັກນັ້ນ ທ້າວ ຄຳຮູ້ ໄດ້ເອົາມີດເຂົ້າໄປຈີ້ ທ້າວ ຮາວັນມາຍ ແລ້ວປຸ້ນເອົາເງິນ, ພາຍຫຼັງ ທ້າວ ຄຳຮູ້ ແລະ ທ້າວຂັນ ໄດ້ເງິນແລ້ວ ກໍ່ໄດ້ແລ່ນອອກມາຫາ ທ້າວ ວົງເດືອນ ທີ່ນັ່ງເຝົ້າລົດຈັກຖ້າຢູ່ແຄມທາງ, ແລ້ວພາກັນເມື່ອເຮືອນຂອງທ້າວ ຂັນ ເອົາເງິນທີ່ໄດ້ມາຈາກການປຸ້ນຊັບ ມາແບ່ງປັນກັນ, ໃຊ້ຈ່າຍຫຼີ້ນກີນຟຸມເຟືອຍ ແລະ ຊື້ຢາບ້າມາເສບ.

ເຈົ້າໜ້າທີ່ຕໍາຫຼວດຍັງໃຫ້ຮູ້ອີກວ່າ: ພາຍຫຼັງຈັບຕົວຜູ້ຖືກຫາທັງ 3 ຄົນໄດ້ແລ້ວ ເຈົ້າໜ້າທີ່ວິຊາສະເພາະ ສາມາດເກັບກູ້ ເຄື່ອງຂອງກາງ ທີ່ຄົນຮ້າຍປຸ້ນຊັບເອົາຄືນມາໄດ້ຈຳນວນໜື່ງ ແລະ ວັດຖຸຮັບໃຊ້ກໍ່ເຫດການກະທຳຜິດ ໃນນີ້ປະກອບມີດັ່ງນີ້: ເງິນກີບທະນາຄານ 4.400.000 ກີບ, ເງິນດົ່ງ 210.000 ດົ່ງ, ເງິນຢວນ 01 ຢວນ, ເງິນໂດລາ 1 ໂດລາ, ໂທລະສັບຍີ່ຫໍ້ benco ( ເບນໂຊ ) ສີເທົາ 1 ເຄື່ອງ, ລົດຈັກເວບຈີນ ສີແດງ ບໍ່ມີປ້າຍທະບຽນ 1 ຄັນ, ເສື້ອແຂນສັ້ນສີດຳທີ່ໃຊ້ປິດໜ້າເວລາກໍ່ເຫດ 2 ຜືນ, ມິດ 1 ດວງ ແລະ ຢາບ້າ 5 ເມັດ, ຜ່ານການສຶບສວນ-ສອບສວນພວກກະທໍາຜິດທັງ 3 ຕາມຄໍາໃຫ້ການຮັບສາລະພາບ, ພະຍານຫຼັກຖານຄົບອົງປະກອບ ເຫັນວ່າພວກກ່ຽວແມ່ນມີເຈດຕະນາກະທໍາຜິດໂດຍມີການວາງແຜນປຸ້ນຊັບຢ່າງລະອຽດ, ໄດ້ສ້າງຜົນເສຍຫາຍ ຕໍ່ບຸກຄົນອື່ນທັງເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ບໍ່ມີຄວາມເປັນລະບຽຮຽບຮ້ອຍ, ເປັນການກະທໍາຜິດໃນໝວດທີ 5, ມາດຕາ 230 ຂອງກົດໝາຍອາຍາແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

About admins14