ກອງທຶນ 1 ດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄົມ ມອບເຄື່ອງບັນເທົາທຸກ ໃຫ້ຄອບຄົວທຸກຍາກ – ອານາຖາ ເມືອງບໍລິຄັນ

ໃນຕອນເຊົ້າຂອງວັນທີ 8 ສິງຫາ 2022 ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນ 1 ດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄົມ ພ້ອມຄະນະ ໄດ້ນຳເອົາເຄື່ອງອຸປະໂພກ – ບໍລິໂພກ ໄປມອບໃຫ້ຄອບຄົວທຸກຍາກ – ອານາຖາ 7 ບ້ານ, 58 ຄອບຄົວ ຢູ່ເມືອງ ບໍລິຄັນ ແຂວງ ບໍລິຄຳໄຊ ໂດຍມີທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ວັນເລີນ ປູ້ຍໄມນີ ເຈົ້າເມືອງບໍລິຄັນ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ຮ່ວມພາທາງ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີເຄື່ອງນຸ່ງ, ຜ້າຫົ່ມ, ເຂົ້າສານ ເພື່ອໃຫ້ຄອບຄົວຈຳນວນດັ່ງກ່າວ ນຳໃຊ້ເຂົ້າໃນຊີວິດປະຈຳວັນ, ທັງເປັນການບັນເທົາທຸກໃນເບື້ອງຕົ້ນ, ໃນຈຳນວນ 7 ບ້ານ 58 ຄອບຄົວ ທີ່ໄດ້ຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ມີບ້ານ ສີສະຫວາດ ຈຳນວນ 17 ຄອບຄົວ,ໃນນັ້ນ ຄອບຄົວອານາຖາ 1 ຄອບຄົວ, ບ້ານ ໂນນສົມບູນ 4 ຄອບຄົວ, ອານາຖາ 1 ຄອບຄົວ, ບ້ານ ນາແຫນ 6 ຄອບຄົວ, ບ້ານ ວັດທາດ 7 ຄອບຄົວ, ບ້ານ ຫາດດອນຄູນ 8 ຄອບຄົວ, ອານາຖາ 1 ຄອບຄົວ, ບ້ານ ໂພນມຸງຄຸນ 11 ຄອບຄົວ, ອານາຖາ 1 ຄອບຄົວ ແລະ ບ້ານ ນາໂອ ຈໍານວນ 6 ຄອບຄົວ.

ໂອກາດທີ່ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ເຂົ້າຮ່ວມມອບເຄື່ອງນຳກອງທຶນ 1 ດວງໃຈບໍລິຄຳໄຊໃນຄັ້ງນີ້ ທ່ານ ຍັງໄດ້ໂອ້ລົມໃຫ້ກຳລັງໃຈຄອບຄົວທີ່ໄດ້ຮັບເຄື່ອງຊ່ວຍເຫຼືອ ໂດຍການຫັນທຳການຜະລິດໃຫ້ຫຼາຍຂື້ນ ກາຍເປັນສິນຄ້າ ສ້າງເສດຖະກິດຄອບຄົວໃຫ້ມີຄວາມເຂັ້ມແຂງ, ກ້າວໄປສູ່ກຸ້ມຕົນເອງເພີ່ງຕົນເອງ.

ພ້ອມນັ້ນ ທ່ານ ຍັງໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງຂັ້ນບ້ານ, ເມືອງ ຈົ່ງໄດ້ໄກ້ຊິດຕິດແທດຄອບຄົວດັ່ງກ່າວ ປຸກລະດົມທົ່ວປວງຊົນ ປະກອບສວ່ນຊ່ວຍເຫຼືອເຊີ່ງກັນ ແລະ ກັນ ບໍ່ວ່າຈະເປັນທາງດ້ານວັດຖຸ, ແຮງງານ ເພື່ອເຮັດໃຫ້ຄອບຄົວທີ່ທຸກຍາກ ໄດ້ກ້າວໄປສູ່ຄອບຄົວທີ່ພົ້ນຕາມແນວທາງຂອງພັກ.

About admins14