ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຫວນຄືນມູນເຊື້ອສອງວັນປະຫວັດສາດ ລາວ – ຫວຽດນາມ

ພິທີປາຖະກະຖາຫວນຄືນມວນເຊື້ອ ວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ – ຫວຽດນາມ ຄົບຮອບ 45 ປີ ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2022 ຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ( ອຄ ) ໃຫ້ກຽດປາຖະກະຖາໂດຍ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຄະນະພະແນກ, ຂະແໜງການ, ພະນັກງານລັດຖະກອນພາຍໃນພະແນກ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ໃນສະພາບການທີ່ຂະບວນການຕໍ່ສູ້ຕ້ານພວກຈັກກະພັດອາເມລິກາ, ເພື່ອກອບກູ້ປະເທດຊາດຂອງປະຊາຊົນລາວ ແລະ ຫວຽດນາມ ໄດ້ກ້າວເຂົ້າສູ່ໄລຍະຫຍຸ້ງຍາກ, ດຸເດືອດ, ແຕ່ດ້ວຍໄຊຊະນະທີ່ສຳຄັນທາງດ້ານການເມືອງ, ການທະຫານ, ການຕ່າງປະເທດຂອງການປະຕິວັດລາວ, ສົນທິສັນຍາເຊີແນວ 1962 ກ່ຽວກັບ ລາວ ກໍ່ໄດ້ຮັບການລົງນາມ, ເປີດສັງກາດໃໝ່ໃຫ້ແກ່ການປະຕິວັດຂອງສອງປະເທດລາວ ແລະ ຫວຽດນາມ. ດ້ວຍກາລະໂອກາດ ແລະ ເງື່ອນໄຂເອື້ອອໍານວຍນັ້ນ, ສອງປະເທດ ໄດ້ສ້າງສາຍພົວພັນການທູດນຳກັນຢ່າງເປັນທາງການ ໃນວັນທີ 5 ກັນຍາ 1962, ນີ້ແມ່ນເຫດການປະຫວັດສາດສຳຄັນ, ເປັນຂີດໝາຍທີ່ສໍາຄັນຍິ່ງໃນສາຍພົວພັນລະຫວ່າງສອງປະເທດ.

ພາຍຫຼັງສອງປະເທດ ໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975 ເພື່ອເສີມຂະຫຍາຍສາຍພົວພັນລາວ – ຫວຽດນາມ ໃຫ້ມີການພັດທະນາຢ່າງຮອບດ້ານ ແລະ ນັບມື້ນັບນັບກ້າວເຂົ້າສູ່ລວງເລິກ, ສອງປະເທດ ໄດ້ລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໃນວັນທີ 18/7/1977, ໃນນັ້ນ ໄດ້ເນັ້ນໜັກ: “ສາຍພົວພັນພິເສດລາວ – ຫວຽດນາມ, ຄວາມສາມັກຄີສູ້ຮົບ ແລະ ມິດຕະພາບ ທີ່ບໍ່ມີສິ່ງໃດໆສາມາດເຮັດໃຫ້ສັ່ນສະເທືອນໄດ້ ລະຫວ່າງປະຊາຊົນລາວ ແລະ ຫວຽດນາມ, ຄວາມຮັກແພງຖານສະຫາຍອັນຍິ່ງໃຫຍ່ ລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໄດ້ຜ່ານການທົດສອບຮ່ວມສຸກຮ່ວມທຸກມາໃນຫຼາຍສິບປີ, ຮ່ວມສູ້ຮົບ, ຮ່ວມກັນຕີເອົາຊະນະສັດຕູຜູ້ຮຸກຮານ, ພ້ອມກັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການສ້າງສາປະເທດຊາດເປັນມູນເຊື້ອໜຶ່ງທີ່ປະເສີດ, ເປັນກໍາລັງແຮງຊະນະເລີດຂອງສອງຊາດ, ສອງພັກ…”. ໄດ້ຮ່ວມສຳພັນສູ້ຮົບຢູ່ຂຸມຄອງດຽວກັນ, ເຂົ້າເມັດຫັກ, ຜັກເສັ້ນໜຶ່ງກໍ່ບິແບ່ງປັນກັນກິນ ເພື່ອຕີຕ້ານສັດຕູຜູ້ຮຸກຮານ ແລະ ໄດ້ກາຍມາເປັນສາຍພົວພັນສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ ລະຫວ່າງສອງປະເທດລາວ – ຫວຽດນາມອ້າຍນ້ອງ ຈົນເຖິງປັດຈຸບັນນີ້.

ໃນພິທີ ຍັງໄດ້ຮັບຟັງການເຜີຍແຜ່ເອກະສານນໍາພາແນວຄິດ ກ່ຽວກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ພາຍໃຕ້ຄໍາຂວັນ “ ພົນລະເມືອງລາວທຸກຄົນເປັນເຈົ້າຂອງປະເທດຊາດ, ຍາມປະເທດຊາດພົບຄວາມຫຍຸ້ງຍາກຂັດສົນ, ທຸກຄົນຕ້ອງຊ່ວຍຊາດ ເພື່ອພ້ອມກັນຂ້າມວິກິດການໄປໃຫ້ໄດ້”, ຂໍ້ຕົກລົງຂອງອົງການກວດກາແຫ່ງລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ, ມະຕິຕົກລົງກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປະຈຳປີ 2022, ຜົນສຳເລັດກອງປະຊຸມວິສາມັນຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ 8 ແລະ ປາຖະກະຖາວັນແມ່ຍິງລາວ ຄົບຮອບ 67 ປີ.

ຈາກນັ້ນ ຍັງໄດ້ມີພິທີມອບໃບຢັ້ງຢືນຮັບຮອງ ຮາກຖານ 3 ດີ ແລະ ບຸກຄົນ 3 ດີ, ໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ແກ່ຮາກຖານສະຫະພັນແມ່ຍິງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມອບໃບຢັ້ງຢືນໃຫ້ 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກ ອຄ ແຂວງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ຄື: ໜ່ວຍພັກ ຫ້ອງການບໍລິຫານ-ຂະແໜງອຸດສາຫະກຳ, ໜ່ວຍພັກກວດກາລັດ ແລະ ຂະແໜງສົ່ງເສີມສິນຄ້າ, ໜ່ວຍພັກນຳເຂົ້າສົ່ງອອກ ແລະ ຂະແໜງສະຖິຕິ-ແຜນການ, ໜ່ວຍພັກ ທະບຽນ ແລະ ຄຸ້ມຄອງວິສາຫະກິດ – ການຄ້າພາຍໃນ.

ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການອະນຸມັດໃຫ້ ທ່ານ ສັງຄົມ ສຸວັນນະລາ ຮອງຫົວໜ້າຂະແໜງ ພະແນກ ອຄ ແຂວງ ຮັບອຸດໜູນບຳນານ ນັບແຕ່ວັນທີ 1 ກໍລະກົດ 2022 ເປັນຕົ້ນໄປ ລວມອາຍຸການໄດ້ 38 ປີ ອາຍຸກະສຽນ 60 ປີ.

About admins16