ໂຄສະນາອົມຮົມແຂວງບໍລິຄຳໄຊ ເພີ່ມທະວີເຮັດແໜ້ນຄວາມສາມັກຄີ ກັບ ບັນດາແຂວງ ສສ ຫວຽດນາມ ຢ່າງຕໍ່ເນື່ອງ

ໄລຍະຜ່ານມາ ຄະນະໂຄສະນາອົບຮົມແຂວງບໍລິຄໍາໄຊ ສປປ ລາວ ໄດ້ພົບປະແລກປ່ຽນບົດຮຽນ ກັບ ບັນດາແຂວງ ສສ ຫວຽດນາມ ຢ່າງຕໍ່ເນື່ອງ, ທ່ານ ອຸດອນ ສອນສຸລິນ ຫົວໜ້າຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 8 ສິງຫາ 2022.

ຕະຫຼອດໄລຍະ 5 ປີຜ່ານມາ ຄະນະໂຄສະນາອົບຮົມແຂວງ ໄດ້ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີມິດຕະພາບພິເສດ ລະຫວ່າງ ສອງຊາດ ລາວ – ຫວຽດນາມ, ຫວຽດນາມ – ລາວ, ສືບຕໍ່ສາຍພົວພັນຢ່າງສະໜິດແໜ້ນ ໃຫ້ການສະໜັບສະໜູນ, ໃຫ້ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຮ່ວມມືຮອບດ້ານ ໂດຍສະເພາະແມ່ນວຽກງານການເມືອງ – ແນວຄິດ, ໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ – ລັດ, ໃນປີ 2018 ໄດ້ຕ້ອນຮັບ ແລະ ເປັນເຈົ້າພາບ ຈັດກອງປະຊຸມພົບປະແລກປ່ຽນບົດຮຽນຮ່ວມກັບ ຄະນະໂຄສະນາສຶກສາແຂວງຮ່າຕິ້ງ, ພ້ອມນັ້ນ ຄະນະໂຄສະນາສຶກສາແຂວງຮ່າຕິ້ງ ຍັງໄດ້ມອບອຸປະກອນຈໍານວນໜຶ່ງໃຫ້ຝ່າຍລາວ ເພື່ອປະກອບເຂົ້າໃນການຈັດຕັ້ງປະຕິບັດວຽກງານ ເປັນຕົ້ນເຄື່ອງສາຍແອວຊີດີ 1 ຊຸດ ແລະ ໂນດບຸກ 4 ໜ່ວຍ ລວມມູນຄ່າ 70.000.000 ດົ່ງ.

ປີ 2019 ໄດ້ຕ້ອນຮັບຄະນະຜູ້ແທນ ຄະນະໂຄສະນາສຶກສາເທືອທຽວເຫວ ແລະ ໄດ້ເດີນທາງໄປຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນດ້ານວິຊາສະເພາະທັງ 3 ແຂວງ ຄື: ຄະນະໂຄສະນາອົບຮົມແຂວງບໍລິຄໍາໄຊ, ຄະນະໂຄສະນາອົບຮົມແຂວງສາລະວັນ ສປປ ລາວ ແລະ ຄະນະໂຄສະນາສຶກສາແຂວງເທືອທຽນເຫວ ສສ ຫວຽດນາມ ທີ່ນະຄອນເທືອທຽນເຫວ. ນອກນັ້ນ ຄະນະໂຄສະນາອົບຮົມພວກແຂວງ ຍັງໄດ້ທຶນໄປບໍາລຸງ – ຍົກລະດັບວຽກງານໂຄສະນາ ໄລຍະສັ້ນ 3 ເດືອນຢູ່ໂຮງຮຽນການເມືອງ – ການປົກຄອງແຫ່ງຊາດ ສສ ຫວຽດນາມ 2 ສະຫາຍ, ຍິງ 1 ສະຫາຍ ແລະ ໄປຝຶກອົບຮົມພາສາຫວຽດນາມ ໄລຍະ 10 ເດືອນ ຢູ່ແຂວງເຫງະອານ ສສ ຫວຽດນາມ 1 ສະຫາຍ, ຍິງ 1 ສະຫາຍ.

ສໍາລັບປີສາມັກຄີລາວ – ຫວຽດນາມ ປີ 2022 ຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ ກໍ່ໄດ້ກະກຽມເນື້ອໃນຕ່າງໆ ເປັນຕົ້ນບົດປາໃສ, ຮຽບຮຽງ, ຄັດຫຍໍ້ບົດໂຄສະນາ – ປາຖະກະຖາ ສໍາລັບສະມາຊິກພັກ, ພະນັກງານ ອ້ອມຂ້າງແຂວງ – ເມືອງ ແລະ ສໍາລັບປະຊາຊົນ, ຄໍາຖາມ – ຄໍາຕອບ ສໍາລັບສະຖາບັນການສຶກສາຂັ້ນຕ່າງໆ ສະໜອງໃຫ້ບັນດາພາກສ່ວນ ຈັດຕັ້ງໂຄສະນາ – ປາຖະກະຖາ ຢ່າງເປັນຂະບວນຟົດຟື້ນ.

ໂອກາດນີ້ ທ່ານຫົວຄະນະຄະນະໂຄສະນາອົບຮົມແຂວງ ໄດ້ອວຍພອນໃຫ້ຄວາມສາມັກຄີມິດຕະພາບ ແລະ ການພົວພັນຮ່ວມມືພິເສດຮ້ອບດ້ານ ລະຫວ່າງສອງປະເທດ ລາວ – ຫວຽດນາມ ອ້າຍນ້ອງ ເວົ້າລວມ, ເວົ້າສະເພາະກໍ່ຄື ແຂວງບໍລິຄຳໄຊ ກັບ ບັນດາແຂວງ ສສ ຫວຽດນາມ ນັບມືhນັບມີຄວາມໝັ້ນຄົງທະນົງແກ່ນ, ແໜ້ນແຟ້ນກົມກຽວ ແລະ ງອກງາມຕະຫຼອດໄປ.

About admins14