ກອງທຶນ 1 ດວງໃຈບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ມອບໂຮງຮຽນ ອານຸບານໃຫ້ບ້ານເວີນທາດ

ພິທີມອບ-ຮັບໂຮງຮຽນ ອານຸບານບ້ານເວີນທາດ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 27 ພະຈິກ 2020 ຢູ່ທີ່ໂຮງຮຽນອານຸບານບ້ານເວີນທາດ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ທ່ານ ນາງ ແອ໋ງ ໄຊສົງຄາມ ປະທານ ກອງທຶນ 1 ດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ, ທ່ານ ຫົ່ງ ເຈິ່ງໂອ ຜູ້ປະສານງານໂຄງການແຊມະອືນ ອຸນດົງ ສາທາລະນະລັດເກົາຫຼີປະຈໍາລາວ ມີຕ່າງໜ້າພະແນກສຶກສາ ແລະ ກິລາແຂວງ, ສະມາຊິກກອງທຶນ 1 ດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ມີການນໍາຂັ້ນເມືອງ ຕະຫຼອດຮອດອໍານາດການປົກຄອງບ້ານເວີນທາດ, ຄູ-ອາຈານ, ຫຼານນ້ອຍນັກຮຽນ ປະຖົມ, ອານຸບານ ແລະ ຜູ້ໃຫ້ທືນສົມທົບກໍ່ສ້າງໂຮງຮຽນເຂົ້າຮ່ວມ.

ໃນພິທີ ທ່ານ ໂຕ້ຍ ໂຄດປັນຍາ ນາຍບ້ານເວີນທາດ ໄດ້ສະຫຼຸບການກໍ່ສ້າງສ້ອມແປງໂຮງຮຽນອານຸບານ ແລະ ຫ້ອງນໍ້າ ບ້ານເວີນທາດເຊິ່ງແຕ່ເກົ່າໂຮງຮຽນແຫ່ງນີ້ແມ່ນເປັນໂຮງຮຽນອານຸບານ ຫຼັງເກົ່າໄດ້ກໍ່ສ້າງຂຶ້ນໃນປີ 2013 ເປັນຫ້ອງການຂອງໂຮງຮຽນປະຖົມຮອດປີ 2018 ສ້າງຂຶ້ນຕື່ມອີກ 1 ຫ້ອງເພື່ອເປັນໂຮງຮຽນອານຸບານໂດຍແມ່ນທືນຂອງປະຊາຊົນຮ້ອຍສ່ວນຮ້ອຍຕົກມາຮອດປີ 2020 ອໍານາດການປົກຄອງບ້ານໄດ້ເຫັນຄວາມຈໍາເປັນຂອງການພັດທະນາການສຶກສາ ເຫັນວ່າໂຮງຮຽນຄັບແຄບຈຶ່ງໄດ້ນໍາສະເໜີຕໍ່ກອງທຶນ 1 ດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ເພື່ອຕໍ່ເຕີ່ມໂຮງຮຽນຫຼັງດັ່ງກ່າວ, ໂຄງການສ້ອມແປງນີ້ໄດ້ເລີ່ມມາແຕ່ວັນທີ 12 ສິງຫາ ປີ 2020 ໂດຍກອງທຶນ 1 ດວງໃຈບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ໄດ້ໃຫ້ທຶນຊື້ອຸປະກອນການກໍ່ສ້າງ ສ້ອມແປງອາຄານໂຮງຮຽນ ແລະ ສ້ອມແປງຫ້ອງນໍ້າ ພ້ອມທັງຂອງຫຼິ້ນຂອງເດັກນ້ອຍ ລວມມູນຄ່າທັງໝົດ 160.000.000 ກ່ວາກີບ, ທຶນສົມທົບຂອງພໍ່ແມ່ປະຊາຊົນ ແລະ ແຮງງານການກໍ່ສ້າງແປງ 56.000.000 ກ່ວາກີບ ທຶນລະດົມຈາກພາກສ່ວນຕ່າງໆໄດ້ 2.000.000 ກ່ວາກີບ,

ພ້ອມກັນນີ້ ຍັງໄດ້ຮັບການຊ່ວຍເຫຼືອຈາກທ່ານ ຫົ່ງ ເຈິ່ງໂອ ຜູ້ປະສານງານໂຄງການ ແຊມະອືນອຸນດົງ ຈາກສາທາລະນະລັດເກົ່າຫຼີ ປະຈໍາລາວ ປະເພດເຄື່ອງເຟີນີເຈີ ລວມມູນຄ່າ 3.000 ໂດລາ ໂຮງຮຽນຫຼັງນີ້ມີຂະໜາດ 16×9 ແມັດ ມີຫ້ອງຮຽນ 2 ຫ້ອງ, ຫ້ອງນໍ້າ 2 ຫ້ອງ ຂະໜາດ 6×3 ແມັດ ປະກອບມີຫ້ອງຖ່າຍຫ້ອງອາບນໍ້າຂອງເດັກ ແລະ ສ້ອມແປງໂຄງຫຼັງຄາ, ປູ່ກະໂລ້, ໃສ່ເພດານ, ທາສີ ແລະ ຫຼັງທີສອງມີຂະໜາດ 10×7 ແມັດ.

ໂອກາດນີ້ປະທານ 1 ດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ກໍ່ໄດ້ກ່າວມອບໂຮງຮຽນອານຸບານແຫ່ງນີ້ໃຫ້ອໍານາດການປົກຄອງບ້ານເວີນທາດ ເປັນຜູ້ຄຸ້ມຄອງນໍາໃຊ້ ພ້ອມທັງມີພິທີມອບໃບຍ້ອງຍໍ້ຂັ້ນແຂວງໃຫ້ແກ່ກອງທືນ 1 ດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ແລະ ຜູ້ປະສານງານໂຄງການແຊມະອືນອຸນດົງ ສາທາລະນະລັດເກົາຫຼີປະຈໍາລາວ, ມອບໃບຍ້ອງຍໍ, ໃບຊົມເຊີຍຂັ້ນເມືອງໃຫ້ແກ່ຜູ້ປະກອບທຶນຊ່ວຍເຫຼືອກໍ່ສ້າງສ້ອງແປງຄັ້ງນີ້.

About admin11