ເຊື່ອມຊືມເອກະສານ ວ່າດ້ວຍການເພີ່ມທະວີໃນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ

ໃນຕອນເຊົ້າຂອງວັນທີ 25 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງກອງບັນຊາການ ປກສ ເມືອງ ທ່າພະບາດ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານວ່າດ້ວຍການເພີ່ມທະວີໃນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງໜ່ວຍພັກ ປກສ ເມືອງທ່າພະບາດຂື້ນ ພາຍໃຕ້ການເປັນປະທານ ໂດຍ ທ່ານ ພທ ດວງໄຊ ຈັນທະວັງໂສ ເລຂາໜ່ວຍພັກ ຫົວໜ້າກອງບັນຊາການ ປກສ ເມືອງ ມີສະມາຊິກພັກສົມບູນ, ສຳຮອງ ເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານເອກະສານຄຳສັ່ງເລກທີ 10 / ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີໃນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເອກະສານຄຳສັ່ງແນະນຳຂອງຄະນະຈັດຕັ້ງສູນກາງພັກເລກທີ 291/ ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 10/ ກມສພ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍປອດໃສ ແລະ ເຂັ້ມແຂງ ໜັກແໜ້ນ, ຜ່ານເອກະສານຄຳສັ່ງເພີ່ມເຕີມຂອງຄະນະປະຈຳພັກແຂວງເລກທີ 506/ ຄປພຂບຊ.ລົງວັນທີ 29 ຕຸລາ 2019 ວ່າດ້ວຍການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ ເຂັ້ງແຂງ ໜັກແໜ້ນ ໃນໂອກາດນັ້ນ ສະຫາຍ ດວງໄຊ ຈັນທະວັງໂສ ໄດ້ໂອລົມ ແລະ ມີຄຳເຫັນຕໍ່ກອງປະຊຸມ ໄດ້ຮຽກຮ້ອງມາຍັງສະມາຊິກພັກທຸກສະຫາຍ ຈົ່ງມີຄວາມຮັບຜິດຊອບໜ້າທີ່ການເມືອງ, ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ຫ້າວຫັນເປັນເຈົ້າການປະຕິບັດວຽກງານດ້ວຍຄວາມປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ປະຕິບັດສຳເລັດ ແລະ ມີປະສິດທິພາບສູງ ເຊີ່ງສະແດງອອກເປັນເຈົ້າການເຂົ້າຮ່ວມປະຕິບັດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ໃຫ້ເປັນຂະບວນການປະຕິບັດຂໍ້ແຂ່ງຂັນໃຫ້ໜັກແໜ້ນຂື້ນໄປຢ່າງກ້າວໜ້າ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ, ເພີ່ມຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ໜ່ວຍພັກມີຄວາມເຂັ້ມແຂງຂື້ນໄປເລື່ອຍໆ.

About admin11