ກອງທຶນໜຶ່ງດວງໃຈບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ມອບທຶນ ສ້ອມແປງໂຮງຮຽນປະຖົມສົມບູນ ໄຊສະຫວັນເມືອງທ່າພະບາດ

ກອງທຶນໜຶ່ງດວງໃຈ ບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ໄດ້ມອບທຶນບູລະນະສ້ອມແປງໂຮງຮຽນປະຖົມສົມບູນ ໄຊສະຫວັນ ເມືອງທ່າພະບາດ ໄດ້ຈັດຂຶ້ນໃນວັນທີ 2 ກັນຍາ 2022 ຢູ່ທີ່ໂຮງຮຽນປະຖົມສົມບູນ ໄຊສະຫວັນ ເມືອງທ່າພະບາດ, ໃຫ້ກຽດເຂົ້າຮ່ວມພິທີມອບໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງ ບໍລິຄໍາໄຊ, ທ່ານ ນາງ ມະນີຈັນ ປະທໍາມະວົງ ຮອງປະທານໜຶ່ງດວງໃຈ ບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ພ້ອມດ້ວຍຄະນະ ມີບັນດາ ການນໍາເມືອງ, ພະແນກການ ທີ່ກ່ຽວຂ້ອງຈາກແຂວງ ແລະ ເມືອງ, ຄູ-ອາຈານ, ອໍານາດການປົກຄອງບ້ານ ຕະຫຼອດຮອດນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.

ການກໍ່ສ້າງ-ສ້ອມແປງໂຄງຫຼັງຄາ ແລະ ການຕິດຕັ້ງເພດານໂຄງຊີລາຍ ຂອງໂຮງຮຽນປະຖົມສົມບູນໄຊສະຫວັນ ມີຈໍານວນ 5 ຫ້ອງມີ ຂະໜາດ 10×37 ແມັດ ເຊີ່ງການສ້ອມແປງ ແມ່ນໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ການສ້ອມແປງໂຄງຫຼັງຄາຂອງໂຮງຮຽນປະຖົມສົມບູນຫ້ອງຄວບ ໄຊສະຫວັນ ເຊີ່ງໄດ້ເລີ່ມລົງມືນັບແຕ່ວັນທີ 30 ມິຖຸນາ 2022 ຫາ ວັນທີ 20 ກໍລະກົດ 2022 ແມ່ນໃຊ້ເວລາທັງໝົດ 20 ວັນ ໄດ້ສໍາເລັດການສ້ອມແປງ, ໂດຍນໍາໃຊ້ທຶນປະກອບສ່ວນສົມທົບ ຈາກກອງທຶນໜື່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ, ປະຊາຊົນບ້ານສາມັກຄີໄຊ 4 ຄຸ້ມ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ໂຮງຮຽນປະຖົມສົມບູນໄຊສະຫວັນ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ລວມມູນຄ່າສ້ອມແປງຫຼັງຄາທັງໝົດ 48.706.000 ກີບ, ໄລຍະທີ 2 ການຕິດຕັ້ງເພດານໂຄງຊີລາຍ ແລະ ເຄື່ອງໃຊ້ໄຟຟ້າຂອງໂຮງຮຽນ ປະຖົມໄຊສະຫວັນ ເຊີ່ງໄດ້ເລີ່ມລົງມືນັບແຕ່ວັນທີ 11 ສິງຫາ 2022 ຫາ ວັນທີ 25 ສິງຫາ 2022 ແມ່ນໃຊ້ເວລາທັງໝົດ 15 ວັນ ໃຫ້ສໍາເລັດການຕິດຕັ້ງເພດານ ແລະ ເຄື່ອງໃຊ້ໄຟຟ້າ, ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກກອງທຶນໜຶ່ງດວງໃຈບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ຈໍານວນເງິນ 68.400.000 ກີບ.

About admins16