ໄຊຈຳພອນ ຝຶກອົບຮົມ ການສົ່ງເສີມດ້ານໂພຊະນາການ

ໃນລະຫວ່າງວັນທີ 29 ສິງຫາ – 01 ກັນຍາ 2022 ທີ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດຝຶກອົບຮົມການຕິດຕາມຈະເລີນເຕີບໂຕຂອງເດັກ, ການປ່ຽນແປງພຶດຕິກຳຂອງສັງຄົມດ້ານໂພຊະນາການ ແລະ ການສາທິດປຸງແຕ່ງອາຫານ ຂອງໂຄງການ ການຮ່ວມມືເພື່ອການປັບປຸງວຽກງານໂພຊະນາການຂອງຊຸມຊົນ ທີ່ມີຄວາມສ່ຽງທາງດ້ານການຂາດສານອາຫານ ໂດຍການໃຫ້ກຽດເປັນປະທານຂອງທ່ານ ນາງ ຄູນວິໄລ ໄຊຍະຈັກ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄູຝຶກມາຈາກກະຊວງ, ຈາກສາທາລະນະສຸກແຂວງ, ຜູ້ປະສານງານຂັ້ນເມືອງ, ໂຮງໝໍນ້ອຍ ແລະ ນັກສຳມະນາກອນ 9 ບ້ານເປົ້າໝາຍ ເຂົ້າຮ່ວມ.

ຈຸດປະສົງ ການຝຶກອົບຮົມ ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມສົ່ງເສີມແມ່ຍິງຂັ້ນບ້ານໄດ້ຮັບຮູ້ຂໍ້ມູນ, ເຫັນຄວາມສຳຄັນຂອງການກິນອາຫານ, ອາຫານທີ່ຈຳເປັນສຳລັບແມ່ຖືພາ, ການໃຫ້ນົມລູກ, ການໃຫ້ອາຫານເສີມ ແລະ ການຕິດຕາມດູແລສຸຂະພາບຂອງລູກນ້ອຍ ທີ່ຕ້ອງເອົາໃຈໃສ່ເປັນພິເສດ ເພື່ອໃຫ້ລູກມີຮ່າງກາຍທີ່ແຂງແຮງ ແລະ ແນ່ໃສ່ເຮັດໃຫ້ການສື່ສານໃນການປ່ຽນແປງພຶດຕິກຳຂອງສັງຄົມ ທາງດ້ານໂພຊະນາການ, ພຶດຕິກຳການຢູ່ຮ່ວມກັນ, ການແລກປ່ຽນວິຖີການດຳລົງຊີວິດຂອງແຕ່ລະເຂດ, ເພື່ອເປັນການສ້າງຄວາມເຂັ້ມແຂງແກ່ກຸ່ມສົ່ງເສີມແມ່ຍິງຂັ້ນບ້ານ, ສະມາຊິກກຸ່ມສົ່ງເສີມໄດ້ຮັບຮູ້ຂໍ້ມູນ, ໄດ້ຮຽນຮູ້ວິທີການ, ການກະກຽມປະລິມານອາຫານ ແລະ ຄວາມສຳຄັນຂອງການກິນອາຫານທີ່ຖືກຫຼັກໂພຊະນາການ, ສຳລັບອາຫານທີ່ຈະນຳມາປຸງແຕ່ງແມ່ນເປັນອາຫານທີ່ຈຳເປັນສຳລັບແມ່ຖືພາ, ແມ່ທີ່ໃຫ້ນົມລູກ, ການໃຫ້ອາຫານເສີມລູກ ທີ່ຕ້ອງເອົາໃຈໃສ່ເປັນພິເສດ ເພື່ອໃຫ້ລູກມີແຮງກາຍແຂງແຮງ ແລະ ມີພັດທະນາການທີ່ດີ.

ຈາກນັ້ນ ຍັງໄດ້ມີການມອບອຸປະກອນນຳໃຊ້ປຸງແຕ່ງໃຫ້ສະມາຊິກແຕ່ລະກຸ່ມ ພ້ອມນີ້ ຍັງໄດ້ລົງເຄື່ອໄຫວຢູ່ບ້ານນ້ຳອ້ອນ ເພື່ອສາທິດການປຸງແຕ່ງອາຫານຮ່ວມກັບກຸ່ມສົ່ງເສີມແມ່ຍິງ, ການຈັດກິດຈະກຳສາທີດການປຸງແຕ່ງ ແມ່ນຈະໃຫ້ກຸ່ມສົ່ງເສີມແມ່ຍິງບ້ານ, ສະມາຊິກມີສ່ວນຮ່ວມນຳກັນໃນການປຸງແຕ່ງ ທີ່ມີສ່ວນຮ່ວມປະກອບຄຳເຫັນ, ແລກປ່ຽນວິທີການທີ່ໄດ້ປະຕິບັດໃນການດຳລົງຊີວິດປະຈຳວັນ ແລະ ວາງແຜນຮ່ວມກັນໃນການຈັດຕັ້ງຄັ້ງຕໍ່ໄປ ໃຫ້ເຫັນເຖິງຜົນປະໂຫຍດທີ່ໄດ້ຮັບຂອງກິດຈະກຳນັ້ນໆ ອີກດ້ວຍ.

About admins16