ມອບ – ຮັບໃບຢັ້ງຢືນ ແລະ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຊາວໜຸ່ມໜ່ວຍຮາກຖານ ທະນາຄານພັດທະນາລາວ ສາຂາພາກແຂວງບໍລິຄຳໄຊ

ພິທີມອບ – ຮັບໃບຢັ້ງຢືນ ແລະ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ຂອງຊາວໜຸ່ມໜ່ວຍຮາກຖານ ທະນາຄານພັດທະນາລາວ ສາຂາພາກແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 30 ສິງຫາ 2022 ຢູ່ຫ້ອງປະຊຸມຂອງຕົນ, ເປັນປະທານໂດຍ ສະຫາຍ ນາງ ວົງພະຈັນ ມີເສດ ເລຂາຊາວໜຸ່ມໜ່ວຍຮາກຖານ ທະນາຄານພັດທະນາລາວ ສາຂາພາກ ແຂວງບໍລິຄຳໄຊ, ເຂົ້າຮ່ວມໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະຫາຍ ສຸລິແດນ ວົງທອງຈິດ ເລຂາໜ່ວຍພັກຮາກຖານ ທະນາຄານພັດທະນາລາວ ສາຂາພາກ ແຂວງບໍລິຄຳໄຊ ມີສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022, ປັດຈຸບັນ ຊາວໜຸ່ມໜ່ວຍຮາກຖານ ທະນາຄານພັດທະນາລາວ ສາຂາພາກ ແຂວງບໍລິຄໍາໄຊ ມີ 02 ໜ່ວຍ ແລະ 4 ຈຸຂຶ້ນກັບ, ຜ່ານການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມໜ່ວຍຮາກຖານ ທະນາຄານພັດທະນາລາວ ສາຂາພາກ ແຂວງບໍລິຄຳໄຊ ເຫັນວ່າຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ວາງອອກ ເຊິ່ງສະແດງໃຫ້ເຫັນແຕ່ລະດ້ານ ດັ່ງນີ້: ບຸກດ້ານແນວຄິດ ຕີລາຄາໄດ້ 89 %, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ຕີລາຄາໄດ້ 87 %, ບຸກດ້ານການຈັດຕັ້ງ ຕີລາຄາໄດ້ 87 % ແລະ ບຸກດ້ານວິຊາຊີບ – ສ້າງວຽກເຮັດງານທຳ ຕີລາຄາໄດ້ 87 % ແລະ ຍັງໄດ້ວາງແຜນການຄາດໝາຍສູ້ຊົນໃນປີຕໍ່ໜ້າ ຄື: ບຸກດ້ານແນວຄິດ ໃຫ້ໄດ້ 89 %, ບຸກດ້ານການຈັດຕັ້ງ ໃຫ້ໄດ້ 87 %, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ໃຫ້ໄດ້ 87% ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ ໃຫ້ໄດ້ 88%.

ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ນັ້ນ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ຈຶ່ງໄດ້ຕົກລົງມອບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ, ໃຫ້ກຽດຂື້ນມອບໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ຮັບໂດຍ ສະຫາຍ ນາງ ວົງພະຈັນ ມີເສດ.

About admins14