ກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ມອບເຮືອນສາຍໃຈໃຫ້ຄອບຄົວພະນັກງານບໍານານ

ເພື່ອເປັນການປະຕິບັດ ຕາມແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ່ V ແລະ ສ້າງຂະບວນການຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 47 ປີ ໃຫ້ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊີ່ງ, ໃນວັນທີ 23 ກັນຍາ 2022 ກອງທຶນໜຶ່ງດວງໃຈບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ໄດ້ຈັດພິທີມອບ – ຮັບ ເຮືອນສາຍໃຈ ໃຫ້ຄອບຄົວທ່ານ ພັນຕີ ຍອຍຄໍາ ສິງດາລາ ພະນັກງານບໍານານ ຢູ່ບ້ານອຸດົມ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ ແລະ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ພ້ອມດ້ວຍຄະນະ, ມີຕາງໜ້າຫ້ອງການກຽ່ວຂ້ອງພາຍໃນເມືອງ ແລະ ອໍານາດການປົກຄອງບ້ານ ເຂົ້າຮ່ວມ.

ການປຸກສ້າງເຮືອນສາຍໃຈ ໃຫ້ແກ່ຄອບຄົວທ່ານ ພັນຕີ ຍອຍຄໍາ ສິງດາລາ ເຊີ່ງຄອບຄົວພະນັກງານບໍານານ ຢູ່ບ້ານອຸດົມ ເມືອງຄໍາເກີດ ແມ່ນຄອບຄົວໜຶ່ງ ທີ່ມີຄຸນງາມຄວາມດີ ໃນການປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ຍັງບໍ່ທັນພົ້ນທຸກ, ສໍາລັບເຮືອນຫຼັງດັ່ງກ່າວ ແມ່ນມີຂະໜາດ 6X8 ແມັດ ເປັນເຮືອນວິນລາຊັ້ນດຽວ ໂຄງສ້າງເບຕົ່ງເສີມເຫຼັກ, ກໍ່ດ້ວຍດິນບ໋ອກ, ໂບກສອງດ້ານ, ພື້ນປູດ້ວຍກາໂລ, ຫຼັງຄາເຮັດດ້ວຍໂຄງເຫຼັກ, ມຸງດ້ວຍອາລຸຊິ່ງ, ປະກອບມີວົງກົບ ແລະ ບານປະຕູເຮັດດ້ວຍໄມ້ເນື້ອແຂງ, ແລ່ນໄຟໃນອາຄານ ທາສີພາຍໃນພາຍນອກ ມີ 1 ຫ້ອງນອນ, 1 ຫ້ອງນໍ້າ, 1 ເຮືອນຄົວ ເຊີ່ງເລີ່ມກໍ່ສ້າງມາແຕ່ວັນທີ່ 3 ມີນາ 2022 ແລະ ສໍາເລັດໃນວັນທີ່ 14 ກໍລະກົດ 2022 ລວມມູນຄ່າກໍ່ສ້າງທັງໝົດ 56 ລ້ານກວ່າກີບ.

ໃນນີ້ ກອງທຶນໜຶ່ງດວງໃຈບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ປະກອບສ່ວນ 48 ລ້ານກວ່າກີບ ແລະ ລະດົມທຶນປະກອບສ່ວນ ຈາກພາກສ່ນຕ່າງໆໄດ້ 8 ລ້ານກວ່າກີບ ແລະ ນັກທຸລະກິດຈໍານວນໜຶ່ງ. ຫຼັງຈາກນັ້ນ ຍັງໄດ້ມອບໃນຍ້ອງຍໍ ຂອງເຈົ້າເມືອງ ໃຫ້ແກ່ກອງທຶນໜຶ່ງດວງໃຈບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ແລະ 36 ພາກສ່ວນພາຍໃນເມືອງ ທີ່ໃຫ້ການຊ່ວຍຫຼືອປຸກສ້າງເຮືອນສາຍໃຈໃນຄັ້ງນີ້.

ຈາກນັ້ນ ທ່ານ ນາງ ແອງ ໄຊສົມຄາມ ປະທານກອງທືນໜຶງດວງໃຈ ກໍ່ໄດ້ມອບເຮືອນສາຍໃຈ ໃຫ້ແກ່ຄອບຄົວພະນັກງານບໍານານ ຮັບໂດຍທ່ານ ຍອຍຄໍາ ສິງດາລາ ໂດຍຊ່ອງໜ້າທ່ານເຈົ້າແຂວງບໍລິຄຳໄຊ, ເຈົ້າເມືອງ ແລະ ແຂກທີ່ເຂົ້າຮ່ວມ, ພ້ອມນີ້ກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ຍັງໄດ້ມອບເຄື່ອງ ໃຊ້ໃນຄົວເຮືອນ ໃຫ້ແກ່ຄອບຄົວທ່ານ ຍອຍຄໍາ ສິງດາລາ ເພື່ອເປັນສີລິມຸງຄຸນ ໃຫ້ແກ່ການຂື້ນເຮື່ອນໃໝ່ ຕາມຮີດຄອງປະເພນີ້ຂອງລາວເຮົາ.

About admins14