ປະກາດການຈັດຕັ້ງ ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ປະຈຳຫ້ອງການຍຸຕິທຳ ເມືອງປາກກະດິງ

ເພື່ອໃຫ້ທຸກຄົນສາມາດເຂົ້າເຖີງກົດໝາຍ ແລະ ຂະບວນການຍຸຕິທຳ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຄວາມສະເໝີພາບຂອງພົນລະເມືອງຕໍ່ຫນ້າກົດໝາຍ, ໃນວັນທີ 21 ກັນຍາ 2022 ຢູ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີເຜີຍແຜ່ດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດຫມາຍ ແລະ ປະກາດການຈັດຕັ້ງ ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ປະຈຳຫ້ອງການຍຸຕິທຳເມືອງ, ເຂົ້າຮ່ວມໂດຍ ທ່ານ ບຸນຄົບ ຈັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນຊ່ວງ ທະວີສັກ ຮອງຫົວຫນ້າກົມຄຸ້ມຄອງ ແລະ ສົ່ງເສີມຄວາມຍຸຕິທຳ ກະຊວງຍຸຕິທຳ ແລະ ທ່ານ ນາງ ວັນນາ ປະເສີດກຸນ ຫົວຫນ້າພະແນກຍຸຕິທຳແຂວງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນກະຊວງ, ຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍຕາງໜ້າຫ້ອງການອ້ອມຂ້າງເມືອງ ແລະ ປກຊ – ປກສ ເຂົ້າຮ່ວມ.

ຕາງໜ້າຫ້ອງການຍຸຕິທຳເມືອງປາກກະດິງ ໄດ້ລາຍງານການໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍໄລຍະຜ່ານມາ ວ່າ: ຫຼັງຈາກດຳລັດວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ມີຜົນບັງຄັບໃຊ້ ແລະ ໄດ້ຮັບຄຳແນະນຳຂອງລັກຖະມົນຕີ, ປີ 2021 – 2022 ຫ້ອງການຍຸຕິທໍາເມືອງປາກກະດິງ ກໍ່ໄດ້ແຕ່ງຕັ້ງພະນັກງານຈໍານວນ 5 ທ່ານລົງເຄື່ອນໄຫວເຜີຍແຜ່ດຳລັດ 77/ລບ ແລະ ຕັ້ງໂຕະໃຫ້ຄຳປຶກສາທາງດ້ານກົດໝາຍ ສາມາດປະຕິບັດສຳເລັດ 14 ບ້ານ, ມີຜູ້ເຂົ້້າຮ່ວມພັນກ່ວາຄົນ ແລະ ໃນໂອກາດດຽວກັນນີ້ ກໍ່ໄດ້ມອບການຍ້ອງຍໍໃຫ້ບຸກຄົນ ແລະ ນິຕິບຸກຄົນ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານຍຸຕິທຳໃນໄລຍະຜ່ານມາ.

ນອກນີ້ ຍັງໄດ້ເຜີຍແຜ່ດຳລັດ ເລກທີ 77/ລບ, ລົງວັນທີ 28/02/2018 ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ເລກທີ 1202/ກຍ, ລົງວັນທີ 02 ກັນຍາ 2022 ແລະ ມີພິທີເປີດປ້າຍ ວ່າດ້ວຍການອະນຸມັດເປີດການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ປະຈຳຫ້ອງການຍຸຕິທຳເມືອງປາກກະດິງ ແຂວງບໍລິຄຳໄຊ ຢ່າງເປັນທາງການ.

ຂ່າວ: ແສງທອງ 030 200 4004

About admins14