ກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ຊ່ວຍສ້ອມແປງໂຮງຮຽນປະຖົມສົມບູນ ມູນຄ່າເກືອບ 50 ລ້ານກີບ

ໃນວັນທີ່ 22 ກັນຍາ 2022 ກອງທຶນໜຶ່ງກວງໃຈ ບໍລິຄໍາໄຊຊວ່ຍເຫຼືອສັງຄົມ ໄດ້ຈັດພິທີມອບ – ຮັບໂຮງຮຽນປະຖົມສົມບູນ ບ້ານປາກກະດິງເໜືອ ໃຫ້ແກ່ຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ພູເຂົາເງິນ ອິນທະວົງ ເຈົ້າເມືອງປາກກະດິງ ແລະ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ພ້ອມດ້ວຍຄະນະ, ມີຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄູອາຈານ ແລະ ນ້ອງນັກຮຽນ ຕະຫຼອດຮອດອໍານາດການປົກຄອງບ້ານອ້ອມຂ້າງ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ເພັງ ເພີນຈິດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງ ໄດ້ລາຍງານການສ້ອມແປງໂຮງຮຽນປະຖົມສົມບູນ ບ້ານປາກກະດິງເໜືອ ໂດຍໄດ້ຮັບທຶນຊ່ວຍເຫຼືອ ຈາກກອງທຶນໜຶ່ງດວງໃຈບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ແລະ ທຶນປະກອບສ່ວນສົມທົບຂອງປະຊາຊົນ ບ້ານປາກກະດິງເໝື່ອ, ໂຮງຣຽນຫຼັງດັ່ງກ່າວ ມີຂະໜາດ 9X48 ແມັດ ມີ 6 ຫ້ອງຮຽນ ມີ 1 ຫ້ອງການ ແຕ່ລະຫ້ອງຕິດຕັ້ງໄຟຟ້າ, ເປັນອາຄານຊັ້ນດຽວ ກໍ່ສ້າງດ້ວຍໂຄງເບຕົ່ງ ຫຼັງຄາມຸງອາໂລຊີ່ງ, ພື້ນເທດ້ວຍເປຕົ່ງ, ກໍ່ຝາດ້ວຍດິນບອ໋ກ, ໂບກທາສີ.

ການສ້ອມແປງໂຮງຮຽນປະຖົມຫຼັ່ງແຫ່ງນີ້ ແມ່ນໄດ້ລົງມືສ້ອມແປງມາແຕ່ວັນທີ່ 26 ສິງຫາ 2022 ຫາວັນທີ່ 3 ກັນຍາ 2022 ໄດ້ສໍາເລັດຕາມແຜນການທີ່ວາງໄວ້, ໄດ້ຮັບທຶນສົມທົບຈາກ ກອງທຶນໜຶ່ງດວງໃຈ ບໍລິຄໍາໄຊຊ່ວຍເຫຼືອສັງຄົມ ລວມມູນຄ່າທັງໝົດ 45 ລ້ານກວ່າກີບ ແລະ ທຶນສົມທົບຂອງປະຊາຊົນ ປະກອບສ່ວນມູນຄ່າທັງໝົດ 82 ລ້ານກວ່າກີບ, ທຶນປະກອບສ່ວນຂອງພະແນກສຶກສາທິກສາ ແລະ ກິລາແຂວງ ເປັນສັງກະສີ 3 ຮ້ອຍກວ່າແຜນ ຄິດເປັນມູນຄ່າ 13 ກວ່າກີບ ແຮງງານພໍ່ແມ່ປະຊາຊົນປະກອບສ່ວນ ທັງໝົດ 4 ຮ້ອຍກວ່າແຮງງານ ຄິດເປັນເງິນ 1 ຮ້ອຍກວ່າລ້ານກີບ.

ຈາກນັ້ນ ປະທານກອງທືນໜຶ່ງດວງໃຈບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ກໍ່ໄດ້ມອບໂຮງຮຽນຫຼັງດັ່ງກ່າວໃຫ້ ຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງ ແລະ ມອບຕໍ່ໃຫ້ອໍານາດການປົກຄອງບ້ານ ເປັນຜູ້ຄຸ້ມຄອງນໍາໃຊ້ປົກປັກຮັກສາ.

ໂອກາດນີຍັງມີພິທີມອບຂອງຂັວນ ໃຫ້ແກ່ນັກຮຽນປະຖົມທີ່ຮຽນດີຮຽນເກັ່ງ ຈໍານວນ 10 ນ້ອງ ແລະ ມອບລົດຈັກໄຟຟ້າ 4 ຄັນ ລົດຖີບ 3 ຄັນ ໃຫ້ແກ່ນ້ອງນັກຮຽນຄອບຄົວອານາຖາ ຈໍານວນ 7 ນ້ອງ ເຊີ່ງໄດ້ຮັບທຶນຊ່ວຍເຫຼືອຈາກທ່ານ ພູດົງ ບຸນສະຫວັດ ປະທານມູນນິທິກູ້ຊີບເຈົ້າຕົ່ງປາກກະດິງ ມອບໂດຍທ່ານເຈົ້າແຂວງ, ທ່ານເຈົ້າເມືອງປາກກະດິງ, ພະແນກສຶກສາທິການ ແລະ ກະລາແຂວງ ແລະ ຜູ້ໃຫ້ທືນຊ່ວຍເຫຼືອ.

About admins14