ເຊັນບົດບັນທຶກຮ່ວມກັນອະນຸລັກພັນສັດປ່າຫາຍາກ ແລະ ໃກ້ຈະສູນພັນ ເຂດພູສີທົນ


ໃນວັນທີ 1 ຕຸລາ 2020 ຢູ່ໂຮງຮຽນປະຖົມບ້ານຜາບໍ່ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເຊັນບົດບັນທຶກການອະນຸລັກເຂດອະນຸລັກພັນສັດປ່າຫາຍາກ ແລະ ໃກ້ຈະສູນພັນ ຢູ່ເຂດພູສີທົນ ຮ່ວມກັບບ້ານຜາບໍ່ ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈໍາພອນ, ມີຫົວໜ້າຫ້ອງການກະສິກໍາ-ປ່າໄມ້ສອງຕົວເມືອງ ແລະ ອໍານາດການປົກຄອງ ພໍ່ແມ່, ປະຊາຊົນ ເຂົ້າຮ່ວມ.

 


ທ່ານ ສົມຊາຍ ຈະເລີນສັກ ຕາງໜ້າໂຄງການລະບົບນິເວດວິທະຍາ ແລະ ສັດປ່າໄດ້ກ່າວວ່າ: ຈຸດປະສົງເນື້ອໃນຂອງບົດບັນທຶກ  ແມ່ນເພື່ອເພິ່ມທະວີຄວາມເອົາໃຈໃສ່ຂອງບ້ານໃນການມີສ່ວນຮ່ວມ ວຽກຄຸ້ມຄອງ, ປົກປັກຮັກສາ, ບຸລະນະລະບົບນິເວດ ແລະ ຊີວະນາໆພັນໃນເຂດອະນຸລັກ ຊະນິດພັນສັດປ່າຫາຍາກ ແລະ ໃກ້ຈະສູນພັນຢູ່ເຂດພູສີທົນ ເຊີ່ງໂຄງການໄດ້ສະໜັບສະໜູນກອງທຶນຊຸກຍູ້ບ້ານ ເພື່ອປັບປຸງຊິວີດການເປັນຢູ່ ຕາມແຜນສະເໜີກິດຈະກໍາຂອງບ້ານທີ່ໄດ້ຕົກລົງເປັນເອກະພາບຮ່ວມກັນອະນຸລັກເຂດດັ່ງກ່າວ.

ທັງນີ້ ກໍ່ເພື່ອໃຫ້ປະຊາຊົນພາຍໃນບ້ານ ແລະ ເຂດດັ່ງກ່າວ ໄດ້ເປັນສ່ວນສຳຄັນ ໃນການປົກປັກຮັກສາສັດປ່າທີ່ຫາຍາກ ແລະ ໄກ້ຈະສູນພັນ ເພື່ອໃຫ້ຢູ່ຄູ່ກັບທຳມະຊາດ ໃຫ້ລູກຫລານໄດ້ສຶກສາຮຽນຮູ້ ແລະ ຍັງເປັນການສ້າງຄວາມສົມດູນໃຫ້ກັບທຳມະຊາດອີກດ້ວຍ.

About admin11