ຫຼາຍພາກສ່ວນ ມອບເຄື່ອງ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມເຂດພາກໃຕ້

ເພື່ອເປັນການຊ່ວຍເຫຼືອບັນເທົາທຸກ ປະຊາຊົນເຂດພາກໃຕ້ ທີ່ກຳລັງປະສົບໄພນ້ຳຖ້ວມ ແລະ ພົບຄວາມຫຍຸ້ງຍາກໃນຫຼາຍດ້ານ ມາໃນວັນທີ 30 ຕຸລາ 2020 ຫຼາຍພາກສ່ວນໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນຈຳນວນໜຶ່ງ ມາມອບໃຫ້ຫ້ອງວ່າແຂວງບໍລິຄຳໄຊ ເພື່ອນຳໄປມອບໃຫ້ບັນດາແຂວງພາກໃຕ້ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ.

ໃນນັ້ນມີ ກອງບັນຊາການທະຫານແຂວງ ມອບເງິນສົດ 20 ລ້ານກີບ, ເມືອງປາກຊັນ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ 5 ລ້ານກີບ ລວມທັງໝົດ 10 ລ້ານກີບ, ເມືອງບໍລິຄັນ ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ 5.050.000 ກີບ ລວມທັງໝົດ 7.842.000 ກີບ, ພະແນກ ຖວທ ແຂວງ ມອບເຄື່ອງນຸ່ງຫົ່ມ ແລະ ເງິນສົດ 1.182.000 ກີບ ລວມທັງໝົດ 2.397.000 ກີບ, ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄຳໄຊ ມອບເງິນສົດ 2.072.000 ກີບ, ສ່ວຍສາອາກອນແຂວງ ມອບເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 1.835.000 ກີບ, ບໍລິສັດ ສະຕາໂທລະຄົມ Unitel ໝີ່ຈຳນວນ 30 ແກັດ ລວມເປັນເງິນ 840.000 ກີບ, ຄະນະກວດກາພັກແຂວງ ເຄື່ອງນຸ່ງຫົ່ມ 10 ແກັດ, ໝີ່ 15 ແກັດ ລວມເປັນເງິນ 1.250.000 ກີບ, ລັດວິສາຫະກິດນ້ຳປະປາ ສາຂາແຂວງບໍລິຄຳໄຊ 1.200.000 ກີບ ແລະ ຄະນະຊາວໜຸ່ມລັດວິສາຫະກິດນ້ຳປະປາ ສາຂາແຂວງບໍລິຄຳໄຊ 400.000 ກີບ ເປັນກຽດຮັບໂດຍ ທ່ານ ນາງ ຟອງສະໝຸດ ພົງວິຈິດ ຮອງຫົວໜ້າຫ້ອງວ່າການແຂວງ.

ທ່ານຮອງຫົວໜ້າຫ້ອງວ່າແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງພາກສ່ວນດັ່ງກ່າວ ທີ່ເຫັນໄດ້ຄວາມສໍາຄັນ ແບ່ງປັນນໍ້າຈິດ – ນໍ້າໃຈ ປະກອບສ່ວນຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ປະສົບກັບໄພນໍ້າຖ້ວມໃນຄັ້ງນີ້ ແລະ ຍັງເປັນການແບ່ງເບົາພາລະ, ປະກອບສ່ວນຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈເຊິ່ງກັນ ແລະ ກັນ.

About admins14