ນ້ຳເທີນ 1 ຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ເກືອບ 250 ຕື້ກີບ

ກອງປະຊຸມສະຫຼຸບວຽກງານຈັດສັນຍົກຍ້າຍ ແລະ ຜ່ານແຜນຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາເຂື່່ອນໄຟຟ້ານ້ຳເທີນ 1 ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2020 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານຜົນສຳເລັດວຽກງານ ຈັດສັນຍົກຍ້າຍ ແລະ ຊົດເຊີຍຜົນກະທົບຂອງໂຄງການເຂື່ອນໄຟຟ້ານ້ຳເທີນ 1 ຈາກທ່ານ ນາງ ວົງເດືອນ ສຸລາໄລ ອຳນວຍການພະແນກສັງຄົມ ແລະ ສິ່ງແວດລ້ອມ ບໍລິສັດໄຟຟ້ານ້ຳເທີນ 1 ທີ່ໄດ້ຍົກໃຫ້ເຫັນເຖິງຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນ ການຊົດເຊີຍຜົນກະທົບ, ການກະກຽມໂຄງລ່າງພື້ນຖານ, ຂະບວນການຍົກຍ້າຍປະຊາຊົນ ແລະ ອື່ນນໆ, ສຳລັບການຊົດເຊີຍຜົນກະທົບ ໄດ້ແບ່ງອອກເປັນ 4 ກຸ່ມ ຄື: ກຸ່ມທີ 1 ມີ 7 ບ້ານ, 746 ຄອບຄົວ, ກຸ່ມທີ 2 ມີ 5 ບ້ານ, 285 ຄອບຄົວ, ກຸ່ມທີ 3 ມີ 2 ບ້ານ, 18 ຄອບຄົວ ແລະ ກຸ່ມທີ 4 ມີ 1 ບ້ານ, 58 ຄອບຄົວ ລວມທັງໝົດ 15 ບ້ານ, 1.107 ຄອບຄົວ ແລະ ຊົດເຊີຍຜົນກະທົບທັງໝົດ 248.724.609.968 ກີບ.

ພ້ອມດຽວກັນນັ້ນ ການພັດທະນາໂຄງລ່າງພື້ນຖານ ກໍ່ໄດ້ຮັບເອົາໃຈໃສ່ ແລະ ການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ເຊັ່ນ: ການປຸກສ້າງເຮືອນ, ໂຮງຮຽນແຕ່ຊັ້ນອະນຸບານ ຫາ ມັດທະຍົກປາຍ, ຕະຫຼາດ, ຄີວລົດ, ຫ້ອງການ ແລະ ສະໂມສອນບ້ານ, ຕິດຕັ້ງລະບົບໄຟຟ້າ ແລະ ນ້ຳປະປາ ເຂົ້າແຕ່ລະເຮືອນ, ການສ້າງເສັ້ນທາງປູຢາງ ແລະ ຮ່ອງລະບາຍນ້ຳ ແລະ ອື່ນໆ.

ພ້ອມນີ້ ຍັງໄດ້ຮັບຟັງການນຳສະເໜີ ຮ່າງແຜນຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການ ທີ່ມີເປົ້າໝາຍເຮັດໃຫ້ຊີວິດການເປັນຢູ່ ຂອງຜູ້ທີ່ໄດ້ຮັບຜົນກະທົບດີຂຶ້ນກວ່າເກົ່າ ໂດຍໄດ້ມີແຜນນະໂຍບາຍສົ່ງເສີມອາຊີບ ໃຫ້ແກ່ປະຊາຊົນ ເປັນຕົ້ນແມ່ນ ການປູກຝັງ, ການລ້ຽງສັດ, ຫັດຖະກຳ, ການຄ້າຂາຍ ແລະ ອື່ນໆ, ທັງນີ້ ກໍ່ເພື່ອເຮັດໃຫ້ຜູ່ທີ່ໄດ້ຮັບຜົນກະທົບຈາກໂຄງການ ມີລາຍຮັບສູງກ່ວາມາດຖານຄວາມທຸກຍາກ ທີ່ລັດຖະບານກຳນົດໄວ້.

ຫຼັງຈາກນັ້ນ ຜູແທນກອງປະຊຸມ ກໍ່ໄດ້ມີການສະເໜີ, ແລກປ່ຽນຄວາມຄິດຄຳເຫັນເຊິ່ງກັນ ແລະ ກັນ ໃນຫຼາຍຫົວຂໍ້ ເປັນຕົ້ນແມ່ນການພັດທະນາອາຊີບຂອງປະຊາຊົນ ໃຫ້ຖືກກັບຄວາມເປັນຈິງ, ການຈັດສັນພື້ນທີ່ທຳການຜະລິດທີ່ເໝາະສົມ, ການຊອກຕະຫຼາດຮອງຮັບຜົນຜະລິດຂອງປະຊາຊົນ, ແຜນການສ້າງລາຍຮັບ ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ໃຫ້ແກ່ປະຊາຊົນ ທັງນີ້ກໍ່ເພື່ອຮັບປະກັນບັນດາວຽກງານ ໃຫ້ໄດ້ຮັບຜົນສຳເລັດ ຕາມມາດຖານທີ່ວາງໄວ້.

About admins14