ສິດເກົ່າ ມ.ສ ວຽງຄໍາ ມອບອຸປະກອນ ແລະ ທຶນສົມທົບຊ່ວຍເຫຼືອໂຮງຮຽນ

ຄະນະສິດເກົ່າ ຮຸ່ນທີ IV ປີ 2007-2008 ມ.ສ ວຽງຄໍາ ເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ມອບອຸປະກອນ ປະກອບມີ: ເຄື່ອງປິນເຕີ 01 ໜ່ວຍ, ພັດລົມຕິດຕັ້ງໃສ່ຫ້ອງຮຽນ 08 ໜ່ວຍ ແລະ ສົມທົບທຶນ ເພື່ອສ້າງກຳແພງຂອງໂຮງຮຽນ ລວມມູນຄ່າທັງໝົດ 12 ລ້ານກີບ ໃຫ້ແກ່ໂຮງຮຽນ ເພື່ອສ້າງຂະບວນການຕ້ອນຮັບ ວັນຄູແຫ່ງຊາດ ທີ 7 ຕຸລາ ທີ່ໃກ້ຈະມາເຖິງ ທັງເປັນການສະແດງຄວາມຮູ້ບຸນຄຸນ ຂອງສິດເກົ່າ ທີ່ມີຕໍ່ຄະນະ ຄູ-ອາຈານ ທີ່ໄດ້ຖ່າຍທອດຄວາມຮູ້ ແລະ ບົດຮຽນ ສົ່ງຕໍ່ໃຫ້ກັບນັກຮຽນໃນຫຼາຍຮຸ່ນທີ່ຜ່ານມາ, ພ້ອມນີ້ ກໍ່ຍັງໄດ້ມີການພົບປະ ເພື່ອຮັດແໜ້ນຄວາມສາມັກຄີຮັກແພງ ລະຫວ່າງ ຄູ-ອາຈານ ແລະ ສິດເກົ່າ.

ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 04 ຕຸລາ 2025 ໂດຍມີທ່ານ ໂທທິສຸກ ລໍຫລ້າເຮືອງ ຜູ້ອຳນວຍການໂຮງຮຽນ ມໍສໍ ວຽງຄໍາ, ທ່ານ ສີອໍາພອນ ໝາຍໝັ້ນ ຫົວໜ້າຫ້ອງວ່າການເມືອງປາກກະດິງ ອະດີດຜູ້ອຳນວຍການໂຮງຮຽນ ມໍສໍ ວຽງຄໍາ, ຄະນະຄູ-ອາຈານ ໃນໂຮງຮຽນ ແລະ ອະດີດຄູ-ອາຈານ ທີ່ເຄີຍສິດສອນຜ່ານມາ ພ້ອມດ້ວຍຄະນະສິດເກົ່າ ມໍສໍ ວຽງວຽງຄໍາ ຮຸ່ນທີ່ IV ເຂົ້າຮ່ວມ.

ໂອກາດດຽວກັນ ທ່ານ ໂທທິສຸກ ລໍຫລ້າເຮືອງ ກໍ່ໄດ້ມອບໃບຍ້ອງຍໍໃຫ້ແກ່ຄະນະສິດເກົ່າ ພ້ອມທັງສະແດງຄວາມຂອບໃຈມາຍັງສິດເກົ່າ ທີ່ໄດ້ນໍາເອົາວັດຖຸອຸປະກອນ ແລະ ທຶນສົມທົບຈໍານວນໜຶ່ງ ມາມອບໃຫ້ແກ່ໂຮງຮຽນໃນຄັ້ງນີ້ ແລະ ຫວັງວ່າກິດຈະກຳດັ່ງກ່າວ ຈະກາຍເປັນແບບຢ່າງໃກ້ແກ່ສັງຄົມ ແລະ ສິດເກົ່າໃນຮຸ່ນອື່ນໆ ເພື່ອປະກອບສ່ວນ ເຮັດໃຫ້ໂຮງຮຽນໄດ້ມີການພັດທະທະນາ ແລະ ປັບປຸງດີຂຶ້ນໄປເລື້ອຍໆ.

About admins16