14 ນ້ອງ ມສ ຈອມທອງ ບໍລິຈາກເລືອດຊ່ວຍເຫລືອສັງຄົມ


ໃນວັນທີ 29 ກັນຍາ 2020 ທີມງານສູນເລືອດ ແຂວງບໍລິຄໍາໄຊ ໄດ້ລົງມາຮັບບໍລິຈາກເລືອດຢູ່ໂຮງຮຽນ ມສ ຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊ ນໍາທີມໂດຍ: ທ່ານ ບຸນຍົງ ປັນຍານຸວົງ ຮອງຫົວໜ້າອົງການກາແດງແຂວງ, ມີຄູ, ອາຈານ, ນ້ອງນັກຮຽນ ຊັ້ນ ມ ປາຍ ພາຍໃນໂຮງຮຽນເຂົ້າຮ່ວມ.

ຜູ້ເຂົ້າຮ່ວມບໍລິຈາກເລືອດໂດຍບໍ່ຮຽກຮ້ອງຄ່າຕອບແທນໃນຄັ້ງນີ້ ໄດ້ຮັບຮູ້ການເຜີຍແຜ່ຄວາມໝາຍຄວາມສຳຄັນຂອງເລືອດ ແລະ ບຸກຄົນທີ່ຈະບໍລິຈາກເລືອດ. ຈາກນັ້ນ ກໍ່ໃຫ້ຜູ້ເຂົ້າຮວ່ມສະມັກໃຈ ເຊິ່ງຢູ່ພາຍໃນໂຮງຮຽນ ມສ ຈອມທອງ ມີຜູ້ອາສາສະໝັກບໍລິຈາກເລືອດ ຈຳນວນ17 ຄົນ ແລະ ຜ່ານການກວດສຸຂະພາບຕົວຈີງແລ້ວເຫັນວ່າສາມາດບໍລິຈາກເລືອດໄດ້ 14 ຄົນ ຍິງ 4 ຄົນ ໄດ້ເລືອດ 14 ຖົງ.

ເພື່ອເປັນການຍ້ອງຍໍ ບັນດານ້ອງໆນັກຮຽນ ທີ່ໄດ້ບໍລິຈາກເລືອດເພື່ອຊ່ວຍເຫລືອສັງຄົມຄັ້ງນີ້ ກໍ່ໄດ້ມີການມອບໃບຍ້ອງຍໍຂັ້ນສູນເລືອດແຂວງ ພ້ອມດ້ວຍເສື້ອໃຫ້ຜູ້ທີ່ບໍລິຈາກເລືອດ ອີກດ້ວຍ.

About admin11