ບໍລິຄຳໄຊ ສະຫຼຸບຖອດຖອນບົດຮຽນ ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ 7

 

ກອງປະຊຸມສະຫຼຸບຖອດຖອນບົດຮຽນການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ 7 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 30 ກັນຍາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະອະນຸກຳມະການຮັບຜິດຊອບກອງປະຊຸມໃຫຍ່ ຄັ້ງທີ 7 ຂອງແຂວງເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການກະກຽມຄວາມພ້ອມຂອງແຕ່ລະອະນຸກຳມະການ ເປັນຕົ້ນ ອະນຸກຳມະການຂະບວນການໂຄສະນາ-ຂະບວນການ ພາຍຫຼັງທີ່ມີມະຕິຕົກລົງຂອງຄະນະປະຈຳພັກແຂວງ ຄະນະອະນຸກຳມະການດັ່ງກ່າວ ກໍ່ໄດ້ແບ່ງຄວາມຮັບຜິດຊອບວຽກງານເພີ່ມເຕີມຈຳນວນໜຶ່ງ ເພື່ອຮັບປະກັນໃຫ້ມີປະສິດທິຜົນ ໃນການເຄື່ອນໄຫວຊຸກຍູ້ວຽກງານໂຄສະນາ-ຂະບວນການ ເຊັ່ນ: ລົງຊຸກຍູ້ວຽກງານຂະບວນການຢູ່ບັນດາເມືອງ, ປຸກລະດົມປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຂົ້າໃຈໃນການສ້າງຂະບວນການ ການປະດັບປະດາອະນາໄມຕົບແຕ່ງຕົ້ນໄມ້ ແລະ ປະດັບປະດາດອກໄຟເຍືອງທາງ, ຕິດທຸງພັກ, ທຸງຊາດ, ທຸງທິວ, ປ້າຍຄຳຂວັນຕາມເສັ້ນທາງ ແລະ ສະຖານທີ່ຕ່າງໆນອກເວທີ, ພົ້ນເດັ່ນ ແມ່ນການປະດັບປະດາຢູ່ອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ຂອງສະມາຊິກກອງທຶນໜຶ່ງດວງໃຈ ບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ທີ່ໄດ້ພ້ອມໃຈກັນປະດັບປະດາສະຖານທີ່ດັ່ງກ່າວ. ພ້ອມນີ້ ຍັງມີຂະບວນການແຂ່ງຂັນກິລາບານເຕະ, ດອກປີກໄກ່, ເປຕັງ ແລະ ເຕັ້ນເອໂລບິກ, ສື່ມວນຊົນ ແລະ ຂ່າວສານ.

ນອກນັ້ນ ແຕ່ລະອະນຸກຳມະການ ກໍ່ໄດ້ຮັບຜົນສຳເລັດເປັນສ່ວນຫຼາຍ ໃນການກະກຽມບັນດາເອກະສານຕ່າງໆ ກໍ່ໄດ້ແຈກຍາຍໃຫ້ຜູ້ແທນກອງປະຊຸມໄດ້ທັນຕາມກຳນົດເວລາ, ວຽກງານ ປກຊ-ປກສ ກໍ່ໄດ້ລົງຊຸກຍູ້ຄະນະພັກ, ຄະນະບັນຊາກຳລັງ ປກຊ-ປກສ ແຕ່ລະຂັ້ນ ໃນການຕິດຕາມການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ເຮັດໃຫ້ແຂວງຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ ແລະ ຊ່ວງເວລາດຳເນີນກອງປະຊຸມ ທຸກພື້ນທີ່ ຮັກສາໄດ້ຄວາມສະຫງົບປອດໄພ 100%.

ຜົນສຳເລັດໃນຄັ້ງນີ້ ສະແດງໃຫ້ເຫັນເຖີງຄວາມສາມັກຄີ ຄວາມເຊື່ອໝັ້ນຕໍ່ການນຳພັກລັດ ຂອງພະນັກງານ, ປະຊາຊົນບັນດາເຜົ່າພາຍໃນແຂວງ ທີ່ໄດ້ທຸ່ມເທແຮງຈິດແຮງໃຈ ງົບປະມານເຂົ້າຊຸກຍູ້ກອງປະຊຸມ ຈົນເຮັດໃຫ້ບັ້ນດຳເນີນກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

About admins16