ເຈົ້າແຂວງ ບໍລິຄຳໄຊ ລົງຊຸກຍູ້ ຊາວກະສິກອນປູກຜັກເຮືອນຮົ່ມ ບ້ານນາຫາດ

ໃນຕອນບ່າຍຂອງວັນທີ 8 ກຸມພາ 2023 ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມຄະນະ ໄດ້ລົງຊຸກຍູ້ຊາວກະສິກອນປູກຜັກອິນຊີເຮືອນຮົ່ມ ບ້ານນາຫາດ ເມືອງຄຳເກີດ ໂດຍມີການນຳຂັ້ນເມືອງ, ຂະແໜງການທີ່ກ່ຽວຂ້ອງຮ່ວມພາທາງ.

ທ່ານ ສົມພົນເພັງ ລາດສະສົມບັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ຄຳເກີດ ໄດ້ລາຍງານຄວາມເປັນມາ ຂອງການສ້າງຕັ້ງກຸ່ມປູກຜັກອິນຊີຢູ່ບ້ານນາຫາດ ໂດຍອີງໃສ່ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບແຜນພັດທະນາໂຄງການຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ມູນເຊື້ອຄວາມດຸໝັ່ນ ຂອງປະຊາຊົນໃນທ້ອງຖິ່ນ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ປຸກລະດົມປະຊາຊົນບ້ານນາຫາດເຂົ້າຮ່ວມ ຖອດຖອນບົດຮຽນການປູກຜັກອິນຊີເປັນສິນຄ້າ ຢູ່ແຂວງຊຽງຂວາງ ແລະ ນະຄອນຫຼວງ, ໄດ້ສ້າງຕັ້ງກຸ່ມປູກຜັກອິນຊີໃນເຮືອນຮົ່ມປີ 2004 ເປັນຕົ້ນມາ, ສະໜອງຜ້າຢາງ, ເຕັກນິກການຜະລິດຝຸ່ນ, ປຸ່ຍອີນຊີ, ຊະນິດຝຸ່ນ ແລະ ຊະນິດນໍ້າ, ເບື້ອງຕົ້ນມີ 15 ຄອບຄົວ, ປະຈຸບັນມີ 40 ຄອບຄົວ, ເຊີ່ງຕົ້ນທຶນການຜະລິດທຶນໜູນວຽນ ແລະ ທຶນຄົງທີ່ 1.392.000.000 ກີບ, ຜົນກໍາໄລສຸດທິ 1.072.000.000 ກີບ.

ສາມາດປູກຜັກອີນຊີໄດ້ 2 ລະດູ, ໃນນັ້ນມີຜັກຫົວຫອມ, ຜັກກາດ, ສະລັດ, ຜັກບົ້ງ, ກະລໍ່າປີ ສາມາດຕອບສະໜອງໃຫ້ແກ່ຕະຫຼາດພາຍໃນເມືອງ ແລະ ສົ່ງອອກຕ່າງແຂວງ, ໄດ້ຮັບໃບຢັ້ງຢືນມາດຕະຖານກະສິກໍາອິນຊີລາວ ຈາກກົມປູກຝັງ, ເຊີ່ງມາຮອດປະຈຸບັນ ມີພໍ່ຄ້າ, ແມ່ຄ້າມາຮັບຊື້ຢູ່ກັບທີ່, ສັງລວມແລ້ວ ການປູກຜັກອິນຊີໃນເຮືອນຮົ່ມ ສາມາດສ້າງລາຍຮັບທີ່ແນ່ນອນໃຫ້ປະຊາຊົນ.

ທ່ານເຈົ້າແຂວງ ບໍລິຄຳໄຊ ໄດ້ເນັ້ນໃຫ້ຄະນະບໍລິຫານງານພັກເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຈົ່ງໄດ້ສືບຕໍ່ຊຸກຍູ້, ຕິດຕາມດ້ານເຕັກນິກວິຊາການ, ປຸກລະດົມໃຫ້ປະຊາຊົນຫັນມາປູກຜັກອິນຊີໃຫ້ຫຼາຍຂຶ້ນ, ສືບຕໍ່ສ້າງກອງທຶນກຸ່ມປຸກຜັກອີນຊີໃ ຫ້ເຕີບໃຫຍ່ເປັນແບບຢ່າງທີ່ດີໃຫ້ແກ່ບ້ານອື່ນ ແລະ ມີຄວາມຍືນຍົງ.

About admins14