ຊາວພຸດທະສາສະນິກະຊົນ ຮ່ວມໃຈໃສ່ບາດບຸນນະມັດສະການວັດພຣະທາດພຣະບາດ – ໂພນສັນ

ເພື່ອຮັກສາຮີດຄອງປະເພນີອັນດີງາມຂອງຊາດ ໄວ້ໃຫ້ຄົງຢູ່ກັບຄົນລາວຊາວພຸດຕະຫຼອດໄປ ໃນວັນເພັງ 15 ເດືອນ 2 ພສ 2565, ກົງກັບວັນທີ 6 ມັງກອນ 2023 ຢູ່ທີ່ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີໃສ່ບາດຖວາຍສັງຄະທານ ນະມັດສະການວັດພຣະທາດພຣະບາດ – ໂພນສັນ, ເປັນກຽດເຂົ້າຮ່ວມພິທີໃສ່ບາດຄັ້ງນີ້ ນຳໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີບັນດາການນຳພັກ – ລັດ, ພະນັກງານການນຳອາວຸໂສບຳນານ, ເຖົ້າແກ່ແນວໂຮມ, ອົງການຈັດຕັ້ງມະຫາຊົນ ແລະ ຊາວພຸດທະສາສະນິກະຊົນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ບັນຍາກາດການໃສ່ບາດໃນປີນີ້ແມ່ນມີຄວາມຟົດຟື້ນຫຼາຍ, ມີທັງພໍ່ແມ່ປະຊາຊົນທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ພ້ອມໃຈກັນຕື່ນຕັ່ງແຕ່ເຊົ້າ ເພື່ອກະກຽມເຄື່ອງໃສ່ບາດ, ນຸ່ງເຄື່ອງຕາມຮີດຄອງປະເພນີ ເພື່ອເດີນທາງມາເຂົ້າຮ່ວມ. ພິທີທາງສາສະໜາ ໄດ້ເລີ່ມດ້ວຍການໄຫ້ວພຣະຮັບສິນ, ໃສ່ບາດ, ຟັງເທດສະໜາ, ຢາດນໍ້າ ແລະ ຄາລະວະຮັບພອນ.

ການໃສ່ບາດຖວາຍສັງກະທານຕາມພຸດທະສາສະໜາ ນອກຈາກຈະເປັນການອຸທິດສ່ວນບຸນກຸສົນ, ໃຫ້ແກ່ເຈົ້າກຳນາຍເວນ ຜູ້ທີ່ລ່ວງລັບໄປແລ້ວນັ້ນໃຫ້ໄປສູ່ສຸຂະຕິແລ້ວ ຍັງເຮັດໃຫ້ຕົນເອງມີຄວາມສຸກ, ຄວາມເບີກບານສໍາລານໃຈ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຊີວິດປະຈໍາວັນ, ນອກນັ້ນຍັງເປັນການເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ແລະ ເປັນການອານຸລັກຮັກສາວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ມີຄວາມຍືນຍົງຄົງຕົວຢູ່ຄູ່ກັບຄົນລາວຊາວພຸດຕະຫຼອດໄປ.

ວັດພະທາດພະບາດ – ໂພນສັນ ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດ, ວັດທະນະທໍາ – ສັງຄົມ ມາແຕ່ດົນນານ, ເປັນສູນລວມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ແລະ ເປັນບ່ອນເຄົາລົບບູຊາກາບໄຫ້ວ, ເນື່ອງຈາກວ່າ ວັດພຣະທາດພຣະບາດ – ໂພນສັນ ມີຈຸດທີ່ຕັ້ງສວຍງາມ ມີສະພາບແວດລ້ອມທີ່ອຸດົມສົມບູນ ທີ່ເປັນເອກະລັກສະເພາະຂອງພື້ນທີ່ ເປັນສູນລວມທາງສາສະໜາທີ່ປະຊາຊົນລາວໃຫ້ຄວາມເຄົາລົບນັບຖື, ຜ່ານການສໍາຫຼວດ ແລະ ປະເມີນຜົນຕົວຈິງ ເຫັນວ່າວັດພຣະທາດພຣະບາດ – ໂພນສັນ ແມ່ນຫຼັກຖານອັນໂດດເດັ່ນທີ່ສະແດງເຖິງຜົນງານເອກຂອງການສ້າງສັນ ທີ່ມີຈຸດທີ່ຕັ້ງ ແລະ ເອກະລັກສະເພາະຂອງການຈັດວາງແຜນຜັງ ໂຄງປະກອບຂອງພື້ນທີ່ອາຄານທາງພຸດທະສາສະໜາ ມີຄວາມໂດດເດັ່ນທາງດ້ານປັດຕິມະກໍາ, ມີຄວາມເກົ່າແກ່, ວັດດັ່ງກ່າວ ຈຶ່ງໄດ້ຮັບຮອງເປັນມໍລະດົກຂອງທ້ອງຖິ່ນ ແຂວງບໍລິຄຳໄຊ ໃນວັນທີ 22 ມັງກອນ 2016 ເປັນຕົ້ນມາ.

About admins14