ສໍາເລັດກອງປະຊຸມໃຫຍ່ ສະຫະພັນແມ່ຍິງ ໜ່ວຍພະແນກຍຸຕິທຳແຂວງ ຄັ້ງທີ V

ກອງປະຊຸມໃຫຍ່ ສະມາຊິກແມ່ຍິງໜ່ວຍພະແນກຍຸຕິທຳ ແຂວງບໍລິຄຳໄຊ ຄັ້ງທີ V ໄດ້ໄຂຂຶ້ນໃນຕອນບ່າຍຂອງ ວັນທີ 15 ສິງຫາ 2022 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ໂດຍການເປັນປະທານຂອງ ສະຫາຍ ນາງ ຜິດສະໄໝ ໂຄດປັນຍາ ປະທານຮາກຖານແມ່ຍິງໜ່ວຍພະແນກຍຸຕິທຳແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ຄຳໃບ ບໍລິວັນ ຮອງປະທານສະຫະພັນແມ່ຍິງແຂວງ ແລະ ສະຫາຍ ສະພັງທອງ ພົມມະຈັກ ຮອງເລຂາໜ່ວຍພັກຮາກຖານພະແນກຍຸຕິທຳແຂວງ, ມີສະມາຊິກແມ່ຍິງ ພ້ອມດ້ວຍແຂກຖຶກເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງທັງສອງພາກ, ເຊິ່ງໄດ້ຍົກໃຫ້ເຫັນຜົນງານການນຳພາຈັດຕັ້ງເຄື່ອນໄຫວວຽກງານໃນໄລຍະຜ່ານມາ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ – ແນວຄິດເປັນກົກ ນຳພາຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດ, ມະຕິຄຳສັ່ງຂອງຂັ້ນເທິງ ເປັນປົກກະຕິ ເພື່ອສ້າງໃຫ້ແມ່ຍິງມີຄຸນທາດການເມືອງທີ່ໜັກແໜ້ນ, ເອົາໃຈໃສ່ປັບປຸງວິທີການເຮັດວຽກແບບແຜນການນຳພາໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັ້ນ 3 ດີ ຕິດພັນກັບວຽກງານວິຊາຊະເພາະຢ່າງເລິກເຊິ່ງ ແລະ ຖືເອົາວຽກງານກວດກາເປັນວຽກງານສຳຄັນ ເປັນຕົ້ນແມ່ນ ການຕິດຕາມກວດກາການປະຕິບັດໜ້າທີ່ວຽກງານຂອງຄະນະແມ່ຍິງ ໃຫ້ຖືກຕ້ອງຕາມພາລະບົດບາດຄວາມຮັບຜິດຊອບຂອງຕົນ.

ເພື່ອສືບຕໍ່ນໍາພາ – ຊີ້ນໍາວຽກງານແມ່ຍິງໃນຕໍ່ໜ້າ, ກອງປະຊຸມໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະຊຸດໃໝ່ເຊິ່ງມີຜູ້ສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ, ຜ່ານການປ່ອນບັດ ສາມາດເລືອກໄດ້: ສະຫາຍ ນາງ ໄພວັນ ພຽນວົງ ເປັນປະທານ, ສະຫາຍ ນາງ ລັດສະໝີ ເລືອງໄຊ ເປັນຮອງ ແລະ ສະຫາຍ ນາງ ແສງເດືອນ ທຳມະວົງສາ ເປັນຄະນະ ທັງເປັນຜູ້ກວດກາ.

ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ນາງ ຄຳໃບ ບໍລິວັນ ເຊິ່ງກ່ອນອຶ່ນ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານ ຄຽງຄູ່ກັບຜົນງານດ້ານດີສະມາຊິກແມ່ຍິງຍັງຈະຕ້ອງໄດ້ແກ້ໄຂ ບາງຂໍ້ຄົງຄ້າງໃນຊຸມປີຜ່ານມາ ເຊິ່ງໄດ້ເນັ້ນຕື່ມບາງດ້ານ ຄື: ຄະນະແມ່ຍິງຮາກຖານທີ່ໄດ້ຮັບການຄັດເລືອກໃນກອງປະຊຸມຄັ້ງນີ້ຕ້ອງເປັນເຈົ້າການສືບຕໍ່ນຳພາ – ຊີ້ນຳວຽກງານແມ່ຍິງ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຮອບດ້ານ ເພື່ອຜັນຂະຫຍາຍໃຫ້ແມ່ຍິງໃນຄວາມຮັບຜິດຊອບຂອງຕົນ ໃຫ້ເລິກເຊິ່ງກວ້າງຂວາງ ມີສະຕິເຄົາລົບກົດໝາຍ, ເປັນເຈົ້າຕົນເອງ, ມີນໍ້າໃຈຮັກຊາດ, ຮັກກຽດສັກສີຂອງແມ່ຍິງລາວ.

ນໍາພາປັບປຸງການຈັດຕັ້ງສະຫະພັນແມ່ຍິງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ມີການແບ່ງງານແບ່ງຄວາມຮັບຜິດຊອບໃຫ້ຄະນະຢ່າງລະອຽດຈະແຈ້ງ, ເພີ່ມທະວີການຂໍທິດຊີ້ນຳຈາກຄະນະພັກ, ຄະນະສະຫະພັນແມ່ຍິງຂັ້ນຖັດຕົນ, ພ້ອມທັງປະສານສົມທົບກັບອົງການຈັດຕັ້ງມະຫາຫາຊົນພາຍໃນ ເພື່ອກຳນົດວາງແຜນ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແມ່ຍິງໄດ້ຮັບການບຳລຸງທິດສະດີ, ວິຊາຊະເພາະເຕັກໂນໂລຊີເພື່ອສາມາດຕອບສະໜອງໜ້າທີ່ວຽກງານໃນໄລຍະໃໝ່, ນໍາພາສະມາຊິກແມ່ຍິງໃນຮາກຖານ ຈັດຕັ້ງປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວທີ່ວ່າ: “ ພັດທະຄວາມສະເໜີພາບຍິງ – ຊາຍ ຕິດພັນກັບການພັດທະນາປະເທດຊາດ” ແລະ ຂໍ້ແຂ່ງຂັນ 3 ດີ “ ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ”.

About admins14