
ພິທີເຊັນສັນຍາສໍາປະທານ ໂຄງການພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດຕາດເຕັກ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2022 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ຕາງໜ້າອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ອຸດົມ ພິມມະສອນ ຮອງອໍານວຍການບໍລິສັດ ສອນມະນີ ພັດທະນາການທ່ອງທ່ຽວ ຈໍາກັດຜູ້ດຽວ, ໂດຍການຊ້ອງໜ້າຂອງ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຫົວໜ້າພະແນກການ, ເມືອງ ແລະ ພະນັກງານວິຊາການ ເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດ ສອນມະນີ ພັດທະນາການທ່ອງທ່ຽວ ຈໍາກັດຜູ້ດຽວ ໄດ້ສໍາປະທານແລະພັດທະນາແຫຼ່ງທ່ອງທ່ຽວທໍາມະຊາດຕາດເຕັກ ຢູ່ເຂດບ້ານເວີນທາດ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໃນເນື້ອທີ່ທັງໝົດ 5,12 ເຮັກຕາ, ໄລຍະເວລາ 15 ປີ ແລະ ມູນຄ່າການສໍາປະທານ 8 ຕື້ກີບ .
 
 









 Users Today : 508
 Users Today : 508 Users Yesterday : 619
 Users Yesterday : 619 This Month : 32389
 This Month : 32389 This Year : 180065
 This Year : 180065 Total Users : 714029
 Total Users : 714029 Who's Online : 6
 Who's Online : 6