ປິດສະຫຼຸບໂຄງການແກ້ໄຂບັນຫາຢາເສບຕິດ ຢູ່ບ້ານນາວັງໄຄ


ໃນວັນທີ 11 ສິງຫາ 2020 ທີ່ຫ້ອງການບ້ານ ນາວັງໄຄ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປິດສະຫຼຸບໂຄງການແກ້ໄຂ, ສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ມີຄະນະຮັບຜິດຊອບແກ້ໄຂບັນຫາຢາເສບຕິດ, ຫ້ອງການທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານ ພ້ອມຜູ້ທີ່ມີເປົ້າໝາຍເສບ ແລະ ຂາຍຢາເສບຕິດ ເຂົ້າຮ່ວມ.


ທ່ານ ພັຕ ຄຳພວຍ ກໍເພັງນະວົງ ຄະນະແກ້ໄຂບັນຫາຢາເສບຕິດ ໄດ້ຜ່ານບົດສະຫຼຸບກ່ຽວກັບການແກ້ໄຂ, ສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດຢູ່ບ້ານນາວັງໄຄໃນການຈັດຕັ້ງປະຕິບັດຕົວຈິງມາແຕ່ ວັນທີ 20 ຫາ 31 ກໍລະກົດ 2020 ທາງຄະນະຮັບຜິດຊອບໄດ້ເຊື່ອມຊືມເອກະສານຕ່າງໆ ເປັນຕົ້ນແມ່ນກົດໝາຍວ່າດ້ວຍອາຍາ ມາດຕາ 146 ແລະ ຜົນຮ້າຍຂອງຢາເສບຕິດ ພ້ອມເຄື່ອນໄຫວຈັດຕັ້ງປະຕິບັດໃນການສຶບສວນ-ສອບສວນ ຂັ້ນພື້ນຖານຕາມຫຼັກວິຊາສະເພາະ, ສຶກສາການເມືອງ-ແນວຄິດ ໃຫ້ບັນດາເປົ້າໝາຍເຂົ້າໃຈແຈ້ງຕໍ່ຈຸດປະສົງຂອງໂຄງການດັ່ງກ່າວ, ຕໍ່ບັນດາເປົ້າໝາຍເສບ ເປົ້າໝາຍຂາຍ ຈາກນັ້ນຄະນະຮັບຜິດຊອບໄດ້ປະຕິບັດຕົວຈິງພ້ອມກັບ ປກຊ-ປກສ ບ້ານນໍາຕົວເປົ້າໝາຍມາສືບສວນ-ສອບສວນຕາມຫຼັກການວິຊາສະເພາະ ເອົາຄໍາໃຫ້ການ, ເຮັດບົດບັນທຶກສຶກສາອົບຮົມ, ຂຽນຄໍາປະຕິຍານຕົນ, ຖ່າຍຮູບ, ກວດນໍ້າປັດສະວະ, ໄດ້ຄັດຈ້ອນສັງລວມເປົ້າໝາຍຄ້າ-ຂາຍ, ເສບຢາເສບຕິດ ເຊີ່ງມີເປົ້າໝາຍໃນເບື້ອງຕົ້ນທັງໝົດ 43 ຄົນ, ໃນນັ້ນມີເປົ້າໝາຍເສບ 35 ຄົນ ແລະ ເປົ້າໝາຍຂາຍ 8 ຄົນ, ຜ່ານການກວດກາປະຕິບັດຕົວຈິງມີຜູ້ເປົ້າໝາຍເສບຢາເສບຕິດ ທັງໝົດ 35 ຄົນ ແລະ ເປົ້າໝາຍຂາຍ 6 ຄົນ ພ້ອມດຽວກັນນັ້ນຄະນະຮັບຜິດຊອບໄດ້ສົມທົບກັບອໍານາດການປົກຄອງ 5 ຕໍາແໜ່ງງານຂອງບ້ານ ໄດ້ຮ່ວມກັນສຶກສາອົບຮົມການເມືອງແນວຄິດ ພ້ອມທັງຄັດຈ້ອນເປົ້າໝາຍເພື່ອຄຸ້ມຄອງແຕ່ລະເປົ້າໝາຍໃຫ້ໄປຕາມແຜນການແກ້ໄຂບັນຫາຢາເສບຕິດນັ້ນໃຫ້ໝົດໄປໃນສັງຄົມ ແລະ ໃຫ້ຫຼຸດໜ້ອຍຖອຍລົງໄປເທື່ອລະກ້າວ.

About admin11