
ໃນວັນທີ 14 ສິງຫາ 2020 ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະມາຊິກ ສ້າງຂະບວນການທາສີໂຮງໝໍທະຫານແຂວງ.

ກິດຈະກຳໃນຄັ້ງນີ້ ເປັນການສົມທົບກັນລະຫວ່າງ ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ຄະນະຊາວໜຸ່ມຮາກຖານໂຮງໝໍແຂວງ, ກິດຈະກຳຫຼັກຂອງການອອກແຮງງານເທື່ອນີ້ ແມ່ນການຈັດມ້ຽນສະຖານທີ່, ຂູດສີທີ່ເຊື່ອມຄຸນນະພາບອອກ ຫຼັງຈາກນັ້ນກໍ່ທາສີໃໝ່. ສຳລັບອຸປະກອນ ຊາວໜຸ່ມຮາກຖານໂຮງໝໍແຂວງ ປະກອບສ່ວນຊື້ສີ 4 ຖັງ, ລູກກິ້ງ ແລະ ຟອຍທາສີ ແລະ ໂຮງໝໍທະຫານແຂວງ ປະກອບສ່ວນສີ 2 ຖັງ ລວມມູນຄ່າທັງໝົດ 1.700.000 ກີບ.

ຈຸດປະສົງໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການຊົມເຊີຍວັນສຳຄັນຕ່າງໆ ຂອງຊາດ-ຂອງພັກ ເປັນຕົ້ນແມ່ນວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສື່ມວນຊົນ ຄົບຮອບ 70 ປີ, ວັນລັດຖະທຳມະນູນ ຄົບຮອບ 29 ປີ, ວັນສ້າງຕັັ້ງສານປະຊາຊົນ ຄົບຮອບ 38 ປີ ແລະ ເພື່ອເປັນການຕ້ອນຮັບກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນ ພ້ອມດຽວກັນ ຍັງເປັນການປູກຈິດສໍານຶກແກ່ສະມາຊິກຊາວໜຸ່ມ ໃຫ້ຮັບຮູ້ເຖິງຄວາມສາມັກຄີປອງດອງ, ຮັກການອອກແຮງງານ, ການປະກອບສ່ວນເຫື່ອແຮງ ເຂົ້າໃນຂະບວນການອອກແຮງງານລວມ, ການຊ່ວຍເຫຼືອສັງຄົມ ໂດຍບໍ່ຮຽກຮ້ອງສິ່ງຕອບແທນ.











Users Today : 526
Users Yesterday : 730
This Month : 12707
This Year : 72105
Total Users : 831557
Who's Online : 7