ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ – ພະນັກງານ ທົ່ວແຂວງບໍລິຄຳໄຊ ໄລຍະ 5 ປີ

ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ – ພະນັກງານ ທົ່ວແຂວງບໍລິຄຳໄຊ ໄລຍະ 5 ປີ ( 2016-2021 ) ແລະ ທິດທາງ 5 ປີ ( 2021-2025 ) ໄດ້ຈັດຂຶ້ນໃນວັນທີ 29 ທັນວາ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນທານຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.

ປະຈຸບັນ ພະນັກງານທີ່ເຮັດວຽກງານຈັດຕັ້ງທົ່ວແຂວງມີທັງໝົດ 81 ສະຫາຍ, ຍິງ 39 ສະຫາຍ, ໃນນີ້ ຢູ່ຄະນະຈັດຕັ້ງແຂວງ 22 ສະຫາຍ, ຍິງ 12 ສະຫາຍ ຄະນະຈັດຕັ້ງເມືອງ 7 ເມືອງ 59 ສະຫາຍ, ຍິງ 27 ສະຫາຍ.

ຜ່ານມາ ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ດຳເນີນການກໍ່ສ້າງທາງດ້ານການຈັດຕັ້ງຢ່າງເປັນປົກກະຕິຕໍ່ເນື່ອງ ເຮັດໃຫ້ລະບົບການຈັດຕັ້ງພັກ ແລະ ຖັນແຖວສະມາຊິກພັກ ໄດ້ເຕີບໃຫຍ່ຂະຫຍາຍຕົວ ເປັນແກນນຳໃນລະບົບການເມືອງຢູ່ແຕ່ລະຂັ້ນ ຄະນະປະຈຳພັກແຂວງໄດ້ຊີ້ນຳຄະນະພັກແຕ່ລະຂັ້ນ ໃນການດຳເນີນກອງປະຊຸມໃຫຍ່ຂອງພັກຂັ້ນຂອງຕົນ ໂດຍເລີ່ມຈາກຮາກຖານຂື້ນມາ ດ້ວຍການດຳເນີນຊີວິດການເມືອງ ປັບປຸງປົວແປງພາຍໃນພັກ ແລະ ພາຍໃນຄະນະພັກຂັ້ນຕ່າງໆ.

ປະຈຸບັນ ທົ່ວແຂວງມີການຈັດຕັ້ງຮາກຖານພັກທັງໝົດ 925 ຮາກຖານ ປີ 2020 ໜ່ວຍພັກທີ່ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 697 ໜ່ວຍພັກ ກວມເອົາ 87,78% ຂອງຈໍານວນໜ່ວຍພັກທັງໝົດ 794 (ສົມທຽບໃສ່ປີ 2019 ເພີ່ມຂຶ້ນ 10,76%, ໜ່ວຍພັກແຂງ 622), ກາງ 86 ໜ່ວຍພັກ, ອ່ອນ 4 ໜ່ວຍ ແລະ ທີ່ບໍ່ໄດ້ຈັດປະເພດມີ 7 ໜ່ວຍພັກ.

ມີສະມາຊິກພັກທັງໝົດ 14.017 ສະຫາຍ, ຍິງ 3.548 ສະຫາຍ ( ທຽບໃສ່ປີ 2015 ເພີ່ມຂື້ນ 3,613 ສະຫາຍ ເທົ່າກັບ 25,77%) ໃນນັ້ນ ສະມາຊິກພັກຢູ່ຮາກຖານບ້ານ ມີ 5.654 ສະຫາຍ, ຍິງ 1.155 ສະຫາຍ.

ຜ່ານການຕີລາຄາແບ່ງປະເພດ ໃນປີ 2020 ມີສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະເພດແຂງ 12.028 ສະຫາຍ ກວມເອົາ 82%, ກາງ 603 ສະຫາຍ, ອ່ອນ 29 ສະຫາຍ, ເສຍທາດ 3 ສະຫາຍ, ບໍ່ໄດ້ຈັດປະເພດ 832 ສະຫາຍ, ການຈັດຕັ້ງຮາກຖານພັກທົ່ວແຂວງ ທີ່ຮອດວາລະກອງປະຊຸມໃຫຍ່ຂັ້ນຂອງຕົນ ມີ 749 ຮາກຖານພັກ, ດໍາເນີນສໍາເລັດແລ້ວ ຈໍານວນ 705 ຮາກຖານພັກ ກວມເອົາ 94 %.

ສົ່ງພະນັກງານໄປບຳລຸງ – ກໍ່ສ້າງພາຍໃນ ແລະ ຕ່າງປະເທດ ຈໍານວນ 5,846 ສະຫາຍ, ຍິງ 1,413 ສະຫາຍ ໃນນັ້ນ, ໄດ້ບໍາລຸງ-ກໍ່ສ້າງຕາມທຶນແບ່ງປັນຂອງສູນກາງ ຈຳນວນ 146 ສະຫາຍ, ຍິງ 27 ສະຫາຍ ແລະ ຂອງແຂວງ ຈໍານວນ 2,850 ສະຫາຍ, ຍິງ 693 ສະຫາຍ, ບໍາລຸງທິດສະດີ 45 ວັນ ໄດ້ 33 ຊຸດ ມີ 1,808 ສະຫາຍ, ຝຶກອົບຮົມໃຫ້ຄະນະພັກບ້ານ 10 ວັນ ໄດ້ 15 ຊຸດ ມີ 784 ສະຫາຍ, ຝຶກອົບຮົມ 9 ຫົວຂໍ້ວິທະຍາສາດຂອງແຂວງ 5 ວັນ ໄດ້ 1 ຊຸດ ມີ 51 ສະຫາຍ, ສົ່ງພະນັກງານລົງກໍ່ສ້າງຮາກຖານການເມືອງທົ່ວແຂວງຈໍານວນ 997 ສະຫາຍ.

ມີພະນັກງານ-ລັດຖະກອນ ເຂົ້າຮ່ວມການປະເມີນຜົນຈໍານວນ 5.187 ຄົນ ( ບໍ່ລວມລັດຖະກອນຄູ) ຜ່ານການປະເມີນຜົນເຫັນວ່າ: ປະເພດດີຂຶ້ນໄປ ກວມເອົາ 96% ຂອງຜູ້ເຂົ້າຮ່ວມການປະເມີນ, ພະນັກງານທີ່ກະທຳຜິດທັງໝົດ 300 ສະຫາຍ, ຂັ້ນກ່າວເຕືອນ 142 ສະຫາຍ, ປົດຕໍາແໜ່ງ 29 ສະຫາຍ.

ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມ ມະຕິຄະນະບໍລິຫານງານສູນກາງພັກ ເລກທີ 04/ຄລສພ, ລົງວັນທີ ກັນຍາ 2021 ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກພະນັກງານ, ບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 10 ແລະ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 11. ພ້ອມນີ້ ຍັງຈະໄດ້ຮັບຟັງການປະກອບຄຳເຫັນບັນດາວຽກງານພົ້ນເດັ່ນຈາກດາເມືອງ ແລະ ຂະແໜງການກ່ຽວຂ້ອງ.

About admins16