ບໍລິຄຳໄຊ ຈະປ່ອຍປາ 2 ແສນໂຕ ຄືນສູ່ແຫຼ່ງນ້ຳທຳມະຊາດ

ເພື່ອເປັນການອະນຸລັກສັດນ້ຳ ແລະ ສັດປ່າ ໃຫ້ມີຄວາມອຸດົມສົມບູນ ແລະ ເພື່ອສ້າງຂະບວນການຕ້ອນຮັບ ວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ ແຂວງບໍລິຄຳໄຊໄດ້ກະກຽມລູກປາ 2 ແສນໂຕ ເພື່ອຈະນຳໄປປ່ອຍລົງສູ່ແຫຼ່ງນ້ຳທຳມະຊາດ ທ່ານ ຊາຍຄຳ ກູນນະວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 9 ກໍລະກົດ 2021.

ພິທີສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ຂອງແຂວງບໍລິຄຳໄຊ ແມ່ນຈະໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2021 ຢູ່ເຂດອ່າງນ້ຳເທີນ 1, ເຂດບ້ານໂພນຈະເລີນ ເມືອງປາກກະດິງ ຈຳນວນ 50.000 ໂຕ ເຊິ່ງມີປາຫຼາຍຊະນິດ ເຊັ່ນ: ປາປາກ, ປາໃນ ແລະ ປາອື່ນໆ ທັ້ງນີ້ ກໍ່ເພື່ອປ່ອຍປາລົງສູ່ອ່າງເກັບນໍ້າ ເຮັດໃຫ້ປາສາມາດຂະຫຍາຍພັນອອກໄປສູ່ແຫຼງນ້ຳທໍາມະຊາດ ໃຫ້ປະຊາຊົນໄດ້ທຳມາຫາກິນ ເປັນບ່ອນຄ້ຳປະກັນຊີ້ນປາ ແລະ ສ້າງລາຍຮັບ ໃຫ້ແກ່ປະຊາຊົນໃນອານາຄົດ, ນອກຈາກພິທີຂອງແຂວງແລ້ວ ໃນ 7 ເມືອງ ກໍ່ໄດ້ຈັດພິທີປ່ອຍປາຂອງຕົນ ສັງລວມແລ້ວທົ່ວແຂວງ ຄາດວ່າຈະສາມາດປ່ອຍປາລົງສູ່ແຫຼ່ງນ້ໍາທຳມະຊາດໄດ້ ປະມານ 200.000 ໂຕ.

ທ່ານຮອງຫົວໜ້າພະແນກ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ ໃນໄລຍະຜ່ານມາ ແຂວງບໍລິຄຳໄຊ ໄດ້ເອົາໃຈໃສ່ປົກປັກຮັກສາແຫຼ່ງທີ່ຢູ່ອາໃສຂອງປາ ເປັນຕົ້ນແມ່ນອ່າງເກັບນ້ຳ ຈຳນວນ 21 ແຫ່ງ, ເນື້ອທີ່ 46.000 ເຮັກຕາ, ມີວັງສະຫງວນ 101 ວັງ, ເນື້ອທີ່ 292 ເຮັກຕາ, ເພື່ອເປັນການປົກປັກຮັກສາປາ ຢູ່ຕາມແຫຼ່ງນ້ຳທຳມະຊາດ ໃຫ້ມີຄວາມຍືນຍົງ ແລະ ຄຸ້ມຄອງໃຫ້ຖືກຕ້ອງຕາມລະບຽບ-ກົດໝາຍ, ໄດ້ອອກແຈ້ງການລົງຫາເມືອງ, ບ້ານ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈ ໃຫ້ແກ່ພໍ່ແມ່ປະຊາຊົນ ໄດ້ພ້ອມກັນປົກປັກຮັກສາ ແລະ ຄຸ້ມຄອງປາ ໂດຍສະເພາະການຕິດຕາມ, ກວດກາ ແລະ ຄຸ້ມຄອງ ການຫາປາແບບບໍ່ຖືກຕ້ອງ ໃນຊ່ວງໄລຍະເຂົ້າພັນສາ ທີ່ປາຈະວາງໄຂ່ ເພື່ອຮັບປະກັນໃຫ້ປາສາມາດຂະຫຍາຍພັນໄດ້ຫຼາຍຂຶ້ນ, ຖ້າພົບເຫັນກໍລະນີຜູ້ລະເມີດ ຫາປາໃນໄລຍະປາວາງໄຂ່, ໃຊ້ເຄືອງຫາປາແບບດັບສູນ, ໃສ່ໂຕ່ງ ແລະ ອື່ນໆ ທີ່ຜິດຕໍ່ລະບຽບ-ກົດໝາຍ ເບື້ອງຕົ້ນແມ່ນມອບໃຫ້ອຳນາດການປົກຄອງບ້ານ ເປັນຜູ້ສຶກສາອົບຮົມ, ກໍລະນີຮ້າຍແຮງແມ່ນຈະມີການປັບໄໝ ຕາມລະບຽບການຂອງບ້ານ ແລະ ຖ້າບໍ່ເຄັດລາບ ກໍ່ຕ້ອງປະຕິບັດຕາມລະບຽບ-ກົດໝາຍ ທີ່ໄດ້ກຳນົດໄວ້.

About admins14