
ໃນຕອນເຊົ້າຂອງວັນທີ 11 ມິຖຸນາ 2021 ຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມ ທົບທວນແຜນ 5 ປີ ແຕ່ປີ 2020 – 2024 ໂດຍການເປັນປະທານຂອງທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈຳພອນ.

ກອງປະຊຸມ ໄດ້ທົບທວນຄືນ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ນັບແຕ່ປີ 2020 – 2024 ຂອງແຕ່ລະຫ້ອງການ, ໄດ້ກວດຄືນການສະເໜີໂຄງການ ຕາມການຈັດລຽງບູລິມະສິດ ທີ່ໄດ້ກຳນົດອອກມາແລ້ວ, ໃນກອງປະຊຸມ ຍັງໄດ້ມີການສະເໜີແລກປ່ຽນຖອດຖອນບົດຮຽນ ຂອງແຕ່ລະໜ່ວຍງານ ໃນການຂຽນແຜນ 5 ປີຂອງແຕ່ລະຫ້ອງການ ເພື່ອໃຫ້ຖືກຕ້ອງສອດຄ່ອງ ແລະ ສຳເລັດທ່ວງທັນຕາມເປົ້າໝາຍທີ່ແຜນວາງໄວ້.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ຍັງໄດ້ເນັ້ນໜັກໃຫ້ແຕ່ລະຫ້ອງການ ຈົ່ງເອົາໃຈໃສ່ຂຽນແຜນໃຫ້ລະອຽດ ຖືກຕ້ອງແທດເໝາະກັບແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໃນແຕ່ລະໜ່ວຍງານ ກົມກອງຕົນເອງ.









Users Today : 144
Users Yesterday : 1488
This Month : 1632
This Year : 74055
Total Users : 833507
Who's Online : 10