9 ເດືອນຜ່ານມາ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຕິບັດໄດ້ເກືອບ 400 ຕື້ກີບ ເທົ່າກັບ 64%

ກອງປະຊຸມລາຍງານການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 9 ເດືອນ ແລະ ແຜນການ 3 ເດືອນ ທ້າຍ ປີ 2022 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ກັນຍາ 2022 ຢູ່ຫ້ອງປະຊຸມຂອງຫ້ອງວ່າການແຂວງບໍລິຄໍາໄຊ ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄໍາໄຊ ຜູ້ຊີ້ນໍາວຽກງານເສດຖະກິດ, ມີຫົວໜ້າພະແນກການເງິນແຂວງ, ຄະນະພາສີປະຈໍາແຂວງ, ສ່ວຍສາອາກອນແຂວງ, ຄັງເງິນປະຈໍາແຂວງ ແລະ ບັນດາຫົວໜ້າຂະແໜງຂຶ້ນກັບ ຕະຫຼອດຮອດຫົວໜ້າຫ້ອງການເມືອງ ທົ່ວແຂວງ ເຂົ້າຮ່ວມ.

ທ່ານ ບຸນລ້ຽງ ດວງສະເພົາທອງ ຫົວໜ້າພະແນກການເງິນແຂວງ ໄດ້ຂຶ້ນຜ່ານ ບົດລາຍງານ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 9 ເດືອນ ແລະ ແຜນການ 3 ເດືອນ ທ້າຍ ປີ 2022 ວ່າ: ໃນໄລຍະຜ່ານມາ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ໃນການປະສານສົບທົບກັບຂະແໜ່ງການທີ່ກ່ຽວຂ້ອງ ແລະ ລົງຊຸກຍູ້ຕິດຕາມ ໃນການຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມຕ່າງໆ ຢູ່ບັນດາເມືອງ ແລະ ພະແນກການ ຈາກການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 9 ເດືອນ ປະຈໍາປີ 2022 ດ້ານລາຍຮັບ ພູດສູນກາງ ແລະ ທ້ອງຖິ່ນ ຄາດຄະເນປະຕິບັດໄດ້ 396 ຕື້ກີບ ເທົ່າກັບ 64% ຂອງແຜນການ 9 ເດືອນ ທຽບໃສ່ແຜນການປີ ເທົ່າກັບ 49%, ໃນນັ້ນ ລາຍຮັບພູດສູນກາງ ຄາດຄະເນປະຕິບັດໄດ້ 263 ຕື້ກີບ ເທົ່າກັບ 58% ຂອງແຜນ 9 ເດືອນ ທຽບໃນແຜນປີ ເທົ່າກັບ 43%, ລາຍຮັບພູດທ້ອງຖິ່ນ ຄາດຄະເນ ປະຕິບັດໄດ້ 263 ຕື້ກີບ ເທົ່າ 80% ຂອງແຜນ 9 ເດືອນ ທຽບໃສ່ແຜນການປີ ເທົ່າກັບ 64%.

ຄາດໝາຍສູ້ຊົນ ດ້ານລາຍຮັບ ຄາດຄະເນ 3 ເດືອນທ້າຍປີ 263 ຕື້ກີບ ເທົ່າກັບ 81% ແລະ ພູດທ້ອງຖິ່ນ ຄາດຄະເນ 3 ເດືອນທ້າຍປີ 76 ຕື້ກວ່າກີບ ລວມໝົດປີ 210 ຕື້ກວ່າກີບ ເທົ່າກັບ 101% ຂອງແຜນການປີ ລື່ນແຜນ 1,49 % ເປັນເງິນ 3 ຕື້ກວ່າກີບ.

ເພຶ່ອແນ່ໃສເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 3 ເດືອນທ້າຍປີ ສາມາດບັນລຸໄດ້ ຕາມທິດທາງແຜນການທີ່ວາງໄວ້, ທ່ານ ປະທານ ພ້ອມດ້ວຍບັນດາແຂກທີເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນຄົ້ນຄວາ ປະກອບຄໍາຄິດເຫັນ ຕີລາຄາຄືນຕໍ່ກັບການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງການທີ່ກ່ຽວຂ້ອງ ທີ່ຕິດພັນກັບວຽກງານດັ່ງກ່າວ ຮ່ວມກັນຢ່າງກົງໄປກົງມາ ເພື່ອເປັນການຊອກຫາສາເຫດ ທີ່ພາໃຫ້ເກີດມີຈຸດດີ ແລະ ການປັບປຸງແກ້ໄຂ້ວຽກງານບາງດ້ານທີ່ເຫັນວ່າຍັງບໍມີຄວາມຖືກຕ້ອງສອດຄ່ອງ ແລະ ຈະຕ້ອງປັບປຸງແກ້ໄຂຢ່າງຮີບດ່ວນ ເພື່ອແນ່ໃສເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ສາມາດບັນລຸຕາມເປົ້າໝາຍ ທີ່ວາງໄວ້ໃນທຸກໆດ້ານ.

About admins16