ມອບເງິນນະໂຍບາຍ ໃຫ້ນາຍທະຫານພັກການຮັບບໍານານ ຢູ່ກອງບັນຊາການທະຫານແຂວງບໍລິຄໍາໄຊ

ໃນວັນທີ 21 ກັນຍາ 2022 ຢູ່ກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ຈັດຕັ້ງພິທີມອບເງິນນະໂຍບາຍ ໃຫ້ນາຍທະຫານພັກການຮັບບໍານານ ໂດຍການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີທ່ານ ພົນຈັດຕະວາ ຈວງຈັນ ລາດຊະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ບັນດາຄະນະພັກກອງບັນຊາການ, ຄະນະຫ້ອງ, ແຂກຖືກເຊີນ ແລະ ພະແນກການກ່ຽວຂ້ອງ, ຕະຫຼອດຮອດພະນັກງານທີ່ໄດ້ຮັບການອະນຸມັດໃຫ້ພັກການຮັບບຳນານ ເຂົ້າຮ່ວມ.

ພັນໂທ ບຸນຍັງ ລໍສິມມາ ຄະນະພັກກອງບັນຊາການ ຮອງຫ້ອງການເມືອງ ທະຫານແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງສະບັບເລກທີ 2514 / ກປທ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຂັ້ນສູງພັກການຮັບບໍານານ ໂດຍກະຊວງປ້ອງກັນປະເທດ ເຫັນໄດ້ຄວາມສຳຄັນໃນການປະກອບສ່ວນເຮັດໜ້າທີ່ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພະນັກງານປະຕິວັດອາວຸໂສ, ເມື່ອເຮັດສຳເລັດໜ້າທີ່ອອກພັກຜ່ອນບຳນານ ຂັ້ນເທິງມີເງິນຊົດເຊີຍໃຫ້ ເພື່ອນຳໄປປະກອບສ່ວນພັດທະນາເສດຖະກິດຄອບຄົວ, ເຊິ່ງເງິນນະໂຍບາຍທີ່ນຳມາມອບໃນຄັ້ງນີ້ ລວມທັງໝົດ 31,818,000 ກີບ.

About admins16