6 ເດືອນຕົ້ນປີ ກປຊ ບໍລິການປິ່ນປົວບໍ່ເສຍຄ່າ ມີມູນຄ່າເກືອບ 8 ຕື້ກີບ

ກອງປະຊຸມຄະນະກຳມະການຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດຂັ້ນແຂວງ ແລະ 7 ເມືອງ 6 ເດືອນຕົ້ນປີ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2020 ຢູ່ຫ້ອງປະຊຸມພະແນກສາທາລະນະສຸກແຂວວງ ໂດຍການເປັນປະທານຂອງ ທ່ານ ປທ ດຣ ນິກອນ ວົງສະຫວັດ ຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊ່າດ ແລະ ທ່ານ ດຣ ຈັນທອນ ຄູຫາເທບ ຮອງຜູ້ອຳນວຍການໂຮງໝໍແຂວງບໍລິຄຳໄຊ, ມີຄະນະກຳມະການຂັ້ນແຂວງ, ເມືອງ, ພະແນກການອ້ອມຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດ ກອງທຶນປະກັນສຸຂະພາບແຫ່ງຊາດ(ກປຊ) ຂອງແຂວງບໍລິຄຳໄຊ ໃນໄລຍະຜ່ານມາ ເຫັນວ່າຫຼາຍວຽກງານໄດ້ຮັບຄວາມເອົາໃຈໃສ່ສູງ ແລະ ໄດ້ມີຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນ ມີການພັດທະນາລະບົບບັນທຶກລາຍງານຂໍ້ມູນຂ່າວສານ ຜ່ານລະບົບຄອມພີວເຕີ່ ແລະ ອິນເຕີເນັດ, ກປຊ ໄດ້ຊ່ວຍໃຫ້ປະຊາຊົນ ສາມາດເຂົ້າເຖິງການບໍລິການປິ່ນປົວບໍ່ເສຍຄ່າ, ປະຊາຊົນບັນດາເຜົ່າ ລວມທັງຜູ້ທຸກຍາກ, ແມ່ ແລະ ເດັກ ໄດ້ເຂົ້າເຖິງການບໍລິການປິ່ນປົວຢ່າງທົ່ວເຖິງ, ປະກັນສຸຂະພາບປົກຄຸມ 100% ຂອງປະຊາກອນ, ພາກປະຊາຊົນທົ່ວໄປ ປົກຄຸມ 91,1%, ພາກວິສາຫະກິດ 1,6%.

ໃນ 6 ເດືອນຕົ້ນປີ ໂຮງໝໍແຂວງ ແລະ ໂຮງໝໍຊຸມຊົນ ປະຕິບັດການປິ່ນປົວບໍ່ເສຍຄ່າທັງໝົດ 7,998,647,500 ກີບ, ເທົ່າກັບ 77% ແລະ ປິ່ນປົວແບບເສຍຄ່າ 2,419,121,500 ກີບ, ເທົ່າກັບ 23%. ພ້ອມດຽວກັນຍັງໄດ້ຍົກໃຫ້ເຫັນເຖິງ ສະພາບລາຍຮັບ-ລາຍຈ່າຍ ຂອງບັນດາໂຮງໝໍ, ສະເລ່ຍລາຄາປີ່ນປົວ, ຄ່າທົດແທນຕາມປະເພດຜູ້ປະກັນຕົນ ແລະ ອື່ນໆ.

ຜູ້ເຂົ້າຮ່ວມ ຍັງໄດ້ມີການສະເໜີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍວຽກງານສຳຄັນ ເຊັ່ນ: ການດັດແກ້ການກຳນົດບາງປະເພດການທົດແທນ ໃຫ້ເໝາະສົມກັບຄວາມເປັນຈິງ, ການເພີ່ມຄຸນນະພາບກອງທຶນປະກັນສຸຂະພາບ ໃຫ້ຄວບຄຸມ ແລະ ທົ່ວເຖີງ ຫຼາຍຂຶ້ນກວ່າເກົ່າ, ການສ້າງຄວາມພໍໃຈໃຫ້ແກ່ຜູ້ປະກັນຕົນ ແລະ ອື່ນໆ ທັງນີ້ກໍ່ເພື່ອເຮັດໃຫ້ວຽກງານໃນຕໍ່ໜ້າ ໄດ້ຮັບການແກ້ໄຂ, ປັບປຸງ ແລະ ພັດທະນາ ໃຫ້ດີຂຶ້ນເປັນກ້າວໆ.

About admins14