ວຽງທອງ ຈັດກອງປະຊຸມ ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2020


ຕອນບ່າຍຂອງວັນທີ 27 ຕຸລາ 2020 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມກໍ່ສ້າງ- ກວດກາ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປີ 2020 ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈໍາພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງວຽງທອງ, ມີຄະນະປະຈໍາພັກເມືອງ, ເລຂາພັກຮາກຖານ, ເລຂາໜ່ວຍພັກ, ສະມາຊິກພັກ ຈາກຫ້ອງການ, ກົມກອງ ແລະ ບ້ານ ເຂົ້າຮ່ວມ.


ກອງປະຊຸມໄດ້ຜ່ານ ຄໍາແນະນໍາເພີ່ມເຕີມຂອງຄະນະປະຈໍາພັກແຂວງ ເລກທີ 506/ຄປພ.ຂບຊ ລົງວັນທີ 29 ຕຸລາ 2019, ຜ່ານບົດສະຫຼຸບ ແລະ ທິດທາງແຜນການ, ຜ່ານແຜນວຽກການຈັດຕັ້ງປະຕິບັດກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2020 ພ້ອມທັງຜ່ານມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຂັ້ນເມືອງ.

    ຈຸດປະສົງ ກໍ່ເພື່ອໃຫ້ຄະນະຮັບຜິດຊອບແຕ່ລະໜ່ວຍພັກເຂົ້າໃຈກ່ຽວກັບການຕິລາຄາປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ແລະ ວິທີດຳເນີນການປະເມີນໃຫ້ຖືກຕ້ອງເລິກເຊີ່ງຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.

     ປະຈຸບັນ ທົ່ວເມືອງວຽງທອງ ມີການຈັດຕັ້ງຮາກຖານພັກທັງໝົດ 91 ຮາກຖານ, ໃນນັ້ນມີ 8 ຄະນະພັກຮາກຖານ, ມີ 83 ໜ່ວຍພັກ, ມີຫນ່ວຍພັກຮາກຖານ 48 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 35 ໜ່ວຍ, ມີສະມາຊິກພັກທັງໝົດ 1.428 ສະຫາຍ, ຍິງ 284 ສະຫາຍ, ສະມາຊິກພັກສໍາຮອງ 50 ສະຫາຍ, ຍິງ 14 ສະຫາຍ.

     ການສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນຊຸມປີຜ່ານມາ ໄດ້ດໍາເນີນໄປຕາມນິຕິກໍາຂອງກົມການເມືອງສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະປະຈຳພັກແຂວງ ແລະ ຄະນະປະຈໍາພັກເມືອງ ໂດຍຖືກຕ້ອງຕາມບາດກ້າວ, ຂັ້ນຕອນ ເຊິ່ງສາມາດຕີລາຄາໄດ້ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້.

About admin11