3 ບ້ານ ເມືອງທ່າພະບາດ ໄດ້ຮັບການຍົກລະດັບ ການປູກຜັກສະອາດ


ເພື່ອເປັນການຊຸກຍູ້ສົ່ງເສີມແຜນພັດທະນາເສດຖະກິດ-ສັງຄົມ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ກຸ່ມປູກຜັກສະອາດ ໃນວັນທີ 29 ກໍລະກົດ 2020 ຢູ່ເດີ່ນວັດບ້ານຜາໂປງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ເປີດຊຸດອົບຮົມການປູກຜັກສະອາດໃນເຮືອນຮົ່ມ ໃຫ້ແກ່ຊາວກະສິກອນ 3 ບ້ານ ຄື: ບ້ານຜາໂປງ, ບ້ານທວາຍ ແລະ ບ້ານຫາດໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນເພັງ ຈັນທະວົງສຸກ ຮອງເຈົ້າເມືອງ, ມີຄູຝຶກ ແລະ ນັກສຳມະນາກອນເຂົ້າຮ່ວມ 33 ຄົນ.

ຊຸດອົບຮົມ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ພື້ນຖານກ່ຽວກັບ ຄວາມໝາຍຂອງກະສິກໍາສະອາດ, ກະສິກໍາທີ່ດີ, ການພັດທະນາມາດຕະຖານກະສິກໍາທີ່ດີ ຂອງ ສປປ ລາວ ແລະ ຫຼັກການປະຕິບັດກະສິກໍາທີ່ດີ, ເພື່ອເປັນພື້ນຖານໃຫ້ແກ່ການປະຕິບັດຕົວຈິງ ກໍ່ໄດ້ທົດລອງວິທີເຮັດຝຸ່ນບົ່ມຊີວະພາບ ແລະ ນ້ຳສະກັດຊີວະພາບໃຫ້ແກ່ນັກສຳມະນາກອນ, ຫລັງຈາກນັ້ນ ກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ຜູ້ເຂົ້າຝຶກອົບຮົມ.

About admin11