ສຶກສາວຽງທອງ ຝຶກອົບຮົມການນໍາໃຊ້ຫຼັັກສູດຊັ້ນປະຖົມສຶກສາປີທີ 2

 
ຕອນເຊົ້າຂອງ ວັນທີ 3 ສິງຫາ 2020 ຢູ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາເມືອງວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດຝຶກອົບຮົມການນໍາໃຊ້ຫຼັັກສູດສະບັບປັບປຸງໃໝ່ໃຫ້ແກ່ຄູສຶກສານິເທດ, ວິຊາການ ແລະ ຄູປະຈໍາການຊັ້ນປະຖົມສຶກສາປີທີ 2 ເຊີ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ອາຈານ ບຸນຖອງ ວົງໄຊຍະລາດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຄະນະຮັບຜິດຊອບ, ຄູສອນຊັ້ນ ປ2 ຈໍານວນ 3 ເຂດ ຄື: ເຂດຜາທອງ, ຈອມທອງ ແລະ ເຂດທອງມີໄຊ ເຂົ້າຮ່ວມ.


ໃນການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຝຶກຈະໄດ້ຮຽນຮູ້ກ່ຽວກັບຫຼັກການ-ຂັ້ນຕອນ ແລະ ວິທີການສອນໃນຫຼັກສູດຊັ້ນປະຖົມສຶກສາປີທີ 2 ໂດຍສະເພາະແມ່ນອົງປະກອບຂອງຫຼັັກສູດ, ໂຄງສ້າງຫຼັກສູດ, ການຈັດຫ້ອງຮຽນ, ການດູແລຮັກສາປື້ມ ແລະ ອຸປະກອນຕ່າງໆ, ວິຊາທີນໍາເຂົ້າໃນການສອນ, ການນໍາໃຊ້ອຸປະກອນ, ການສາທິດ, ເຕັກນິກໃນການສອນ, ການສ້າງກິດຈະກໍາຕ່າງໆ, ລະບົບການຈັບຄູ່ແບບຜູກສ່ຽວ, ວິທີການວັດ ແລະ ປະເມີນຜົນຢ່າງມີປະສິດທິພາບ.

ຈຸດປະສົງ ກໍ່ເພື່ອສ້າງຄວາມເຂັ້ມແຂງ ແລະ ເຂົ້າໃຈໃຫ້ຄູ-ອາຈານໃນການປະຕິບັດການສິດ-ສອນຕົວຈິງໃຫ້ຖືກຕ້ອງຕາມຫຼັກສູດ. ການຝຶກຄັ້ງນີ້ຈະໄດ້ດໍາເນີນແຕ່ວັນທີ3-7 ສິງຫາ 2020 ຈຶ່ງຈະສໍາເລັດ.

About admin11