2020 ສານປະຊາຊົນແຂວງ ແລະ ເຂດ ໄດ້ຮັບສໍານວນຄະດີ ຫຼາຍກວ່າ 300 ເລື່ອງ

ໃນວັນທີ 23 ທັນວາ 2020 ເຊິ່ງເປັນມື້ທີ 2 ຂອງກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນແຂວງຊຸດທີ I ທີ່ໄດ້ຈັດຂຶ້ນຢູ່ຫ້ອງປະຊຸມສະພາປະຊາຊົນຂວງບໍລິຄຳໄຊ ທ່ານ ໄລລາທອງ ຂັນຕິຍະລາດ ປະທານສານປະຊາຊົນແຂວງ ໄດ້ລາຍງານວຽກງານຂອງຕົນ ກ່ຽວກັບການເຄືອນໄຫວ ປະຈຳປີ 2020 ຕໍ່ກອງປະຊຸມດັ່ງກ່າວ.

ດ້ານການພິຈາລະນາແກ້ໄຂຄະດີ ໄດ້ປະສານສົມທົບກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ເພື່ອເກັບກໍາຂໍ້ມູນຫຼັກຖານໃຫ້ລະອຽດຄົບຖ້ວນ, ຊອກຫາວິທີແກ້ໄຂຮ່ວມກັນ ເຮັດໃຫ້ການດໍາເນີນຄະດີມີຄວາມຊັດເຈນວ່ອງໄວຂຶ້ນ, ເຊິ່ງໃນໄລຍະ 1 ປີຜ່ານມາ ສານປະຊາຊົນແຂວງ ແລະ ເຂດ ໄດ້ຮັບສໍານວນຄະດີທັງໝົດ 407 ເລື່ອງ, ໃນນັ້ນ ຄະດີເຂົ້າໃໝ່ໃນປີ 2020 ເປັນຂັ້ນຕົ້ນ 313 ເລື່ອງ, ຂັ້ນອຸທອນ 25 ເລື່ອງ, ຄະດີຄ້າງມາແຕ່ປີ 2019 ເປັນຂັ້ນຕົ້ນ 60 ເລື່ອງ, ຂັ້ນອຸທອນ 9 ເລື່ອງ, ພິຈາລະນາແກ້ໄຂດ້ວຍຮູບການຕ່າງໆ ເປັນຂັ້ນຕົ້ນ 322 ເລື່ອງ, ເປັນຂັ້ນອຸທອນ 29 ເທົ່າກັບ 86,24%, ຜົນຂອງການແກ້ໄຂທຽບໃສ່ແຜນການແມ່ນບັນລຸຕາມລະດັບຄາດໝາຍ.

ປະຈຸບັນ ຄະດີຍັງຄ້າງພວມດໍາເນີນ ຂັ້ນຕົ້ນ 51 ເລື່ອງ, ຂັ້ນອຸທອນ 5 ເລື່ອງ ເທົ່າກັບ 13,75%. ຜ່ານການແກ້ໄຂຄະດີທັງໝົດຄູ່ຄວາມຂໍອຸທອນຈໍານວນ 40 ເລື່ອງ ເທົ່າກັບ 11,3% ຂອງຈໍານວນຄະດີທີ່ຕັດສິນເປັນຂັ້ນຕົ້ນ ແລະ ຂໍ້ລົບລ້າງຈໍານວນ 2 ເລື່ອງ ເທົ່າກັບ 6,8% ຂອງຈໍານວນຄະດີທີ່ພິພາກສາເປັນຂັ້ນອຸທອນ.

ຄະດີທີ່ພົ້ນເດັ່ນ ແລະ ເກີດຂື້ນຫຼາຍກວ່າໝູ່ ແມ່ນຄະດີອາຍາ ແລະ ຄະດີເດັກ ມີ 283 ເລື່ອງ, ຄະດີແພ່ງ 68 ເລື່ອງ, ຄະດີການຄ້າ 26 ເລື່ອງ, ຄະດີຄອບຄົວ 28 ເລື່ອງ ແລະ ຄະດີແຮງງານ 2 ເລື່ອງ.

ສຳລັບປີ 2021 ທ່ານປະທານສານປະຊາຊົນແຂວງ ຍັງໄດ້ລາຍງານຕື່ມອີກວ່າ ຈະສຸມໃສ່ຈັດຕັ້ງປະຕິບັດໃນຫຼາຍວຽກງານ ໂດຍສະເພາະເຮັດໃຫ້ຜູ້ພິພາກສາ, ພະນັກງານຂອງສານ, ມີຄຸນທາດການເມືອງ, ມີຈັນຍາບັນ-ຈັນຍາທໍາ ໜັກແໜ້ນ, ພິຈາລະນາແກ້ໄຂຄະດີໃຫ້ມີຄວາມວ່ອງໄວ ບັນລຸ 85% ຂຶ້ນໄປ ແລະ ເຮັດໃຫ້ອັດຕາການຂໍອຸທອນ ຫຼື ຂໍລົບລ້າງບໍ່ໃຫ້ເກີນ 15%, ຮັບປະກັນການບໍລິຫານສານ, ບໍລິຫານຄະດີໃຫ້ວ່ອງໄວ ແລະ ຄຸນນະພາບສູງ ນໍາໃຊ້ພື້ນຖານເຕັກນິກທີ່ທັນສະໄໝ ເຂົ້າໃນການເກັບຂໍ້ມູນຫຼັກຖານ ແລະ ການຕັດສິນຄະດີ.

About admins14