ພະແນກຕໍາຫຼວດ ປກສ ເມືອງບໍລິຄັນ ມອບຊັບຄືນເຈົ້າຂອງເດີມ

ວັນທີ 23 ທັນວາ 2020 ນີ້, ພະແນກຕໍາຫຼວດ ປກສ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບຊັບທີ່ຄົນຮ້າຍລັກໄປຄືນເຈົ້າຂອງເດີມ ປະເພດລົດຈັກ ເວບ 100 ສີຟ້າດໍາ ຈໍານວນ 01 ຄັນ, ກ່າວມອບໂດຍ ທ່ານ ຮທ ບຸນໄຊ ລໍ່ , ຕາງໜ້າກ່າວຮັບໂດຍ ທ່ານ ສົມສັກ ເຈົ້າຂອງລົດຄັນດັ່ງກ່າວ.

ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນ ປກສ ເມືອງບໍລິຄັນ ໃຫ້ຮູ້ວ່າ: ລົດຈັກຄັນດັ່ງກ່າວແມ່ນຖືກຄົນຮ້າຍລັກໄປ ແຕ່ ເດືອນ ມັງກອນ ປີ 2020, ຕົກມາຮອດວັນທີ 02 ທັນວາ 2020 ເຈົ້າໜ້າທີ່ ວິຊາສະເພາະ ປກສ ເມືອງບໍລິຄັນ ຈື່ງສາມາດເກັບກູ້ຄືນມາໄດ້, ເຊີ່ງລົດຄັນດັ່ງກ່າວ ອອກຊື່ ນາງ ຈັນທະວົງ ປະຊາຊົນ ບ້ານຜາທອງ ເມືອງວັງວຽງ ແຂວງວຽງຈັນ, ໝາຍເລກທະບຽນ ຈຍ 2351, ເລກຈັກ NF 100E – 8396333, ສະນັ້ນ ທາງເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ຈື່ງໄດ້ປະສານຫາເຈົ້າໜ້າທີ່ ປກສ ເມືອງວັງວຽງ ເພື່ອປະສານຫາ ນາງ ຈັນທະວົງ ເພື່ອນໍາເອົາເອກະສານລົດຄັນດັ່ງກ່າວ ມາຢັ້ງຍືນເອົາລົດຄືນ.

ໃນໂອກາດດັ່ງກ່າວ: ທ່ານ ຮ້ອຍໂທ ບຸນໄຊ ລໍ່ ຍັງໄດ້ຮຽກຮ້ອງມາຍັງ ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຈົ່ງຍົກສູງສະຕິໃນການປົກປັກຮັກສາຄຸ້ມຄອງພາຫະນະ, ຊັບສິນຂອງຕົນ ເປັນຕົ້ນແມ່ນເວລາຈອດລົດໄວ້ສະຖານທີ່ຕ່າງໆ ຕ້ອງໃສ່ກະແຈ, ລ໋ອກຄໍ ເພື່ອຄວາມປອດໄພ ທັງນີ້ ກໍ່ເພື່ອເປັນການປ້ອງກັນກຸ່ມຄົນບໍ່ດີທີ່ສວຍໃຊ້ໂອກາດກໍ່ເຫດລັກຊັບໄປໄດ້ ແລະ ຈົ່ງຊ່ວຍກັນເປັນຫູເປັນຕາຕໍ່ເຈົ້າໜ້າທີ່ ເພື່ອຕ້ານສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

About admin11