2 ໜ່ວຍພັກ ທີ່ຂຶ້ນກັບຮາກຖານພັກພະແນກອຸດສາຫະກຳ ແລະ ການຄ້າແຂວງ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ II

ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກຫ້ອງການບໍລິຫານ ແລະ ຂະແໜງອຸດສາຫະກຳ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 19 ພຶດສະພາ 2022 ຢູ່ຫ້ອງປະຊຸມຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ໂດຍພາຍໃຕ້ການເປັນປະທານ ສະຫາຍ ນາງ ມະນີວັນ ວົງສະຫວັດ ເລຂາໜ່ວຍພັກຫ້ອງການບໍລິຫານ ແລະ ຂະແໜງອຸດສາຫະກຳ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ໄກສອນ ຈັນສີນາ ເລຂາຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ແລະ ສະຫາຍ ນາງ ແຕງທອງ ພັນປະດິດ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະພະແນກ, ຄະນະຮັບຜິດຊອບຂັ້ນແຂວງ, ສະມາຊິກພັກພາຍໃນຂະແໜງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໜ່ວຍພັກຫ້ອງການບໍລິຫານ ແລະ ຂະແໜງອຸດສາຫະກຳ ເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບຄະນະພັກຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ມີສະມາຊິກພັກທັງໝົດ 21 ສະຫາຍ, ຍິງ 9 ສະຫາຍ, ໃນ 5 ປີ ຜ່ານມາ ສະມາຊິກພັກ – ພະນັກງານ ພາຍໃນໜ່ວຍ ໄດ້ເອົາໃຈໃສ່ ແລະ ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ – ລັດຖະກອນ ເປັນບັນຫາສໍາຄັນ, ເປັນຕົ້ນ ເຂົ້າຮ່ວມຮັບຝັ່ງປາຖະກະຖາ ເລົ່າມຸນເຊື້ອໃນວັນສຳຄັນຕ່າງໆ ທີ່ແຂວງຈັດຂຶ້ນ ໄດ້ 125 ຄັ້ງ ມີຜູ້ເຂົ້າຮ່ວມ 470 ເທື່ອຄົນ ແລະ ພະແນກ ອຄ ແຂວງ ຈັດຕັ້ງເຜີຍແຜ່ໄດ້ 170 ຄັ້ງ ມີຜູ້ເຂົ້າຮ່ວມ 3 245 ເທື່ອຄົນ.

ຂຶ້ນແຜນ ແລະ ປະຕິບັດມອບຄ່າທຳນຽມ ແລະ ຄ່າບໍລິການ ຕິດພັນກັບໜ້າວຽກ ຂອງອຸດສາຫະກຳ ແລະ ການຄ້າ ໃຫ້ລັດ ສາມາດບັນລຸໄດ້ຕາມລະດັບຄາດໝາຍ ເຊັ່ນ: ປີ 2020 ຄ່າທຳນຽມປະຕິບັດໄດ້ 233%, ຄ່າບໍລິການໄດ້ 100% ແລະ ໃນປີ 2021 ຄ່າທຳນຽມປະຕິບັດໄດ້ 289% ແລະ ຄ່າບໍລິການ 103%.

ໃນໄລຍະ 05 ປີ ຜ່ານມາ ລວມມູນຄ່າຜະລິດຕະພັນ ທັງໝົດ 5.416,12 ຕື້ກີບ ເພີ່ມຂື້ນ 74,7%, ການຢັ້ງຢືນວັດຖຸດິບສົ່ງເຂົ້າໂຮງງານ ມູນຄ່າ 8 ລ້ານກວ່າໂດລາສະຫະລັດ, ຢັ້ງຢືນມູນຄ່າການຜະລິດອຸດສາຫະກຳເພື່ອສົ່ງອອກ ມູນຄ່າ 1,388 ຕື້ກວ່າກີບ ເພີ່ມຂຶ້ນ 5,39%, ໃນນັ້ນ, ຜະລິດຕະພັນແປ້ງມັນຕົ້ນ ຈໍານວນ 97 ຕື້ກວ່າກີບ ແລະ ຜະລິດຕະພັນຢາງພາລາ ຈຳນວນ 215 ຕື້ກວ່າກີບ, ຜະລິດຕະພັນເສື່ອນອນ ຈຳນວນ 48 ຕື້ກວ່າກີບ.

ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາເລຂາໜ່ວຍພັກຊຸດໃໝ່ ແລະ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ນາງ ມະນີທອງ ອ້ວນລາສີ ເປັນເລຂາໜ່ວຍພັກຫ້ອງການບໍລິຫານ ແລະ ຂະແໜງອຸດສາຫະກຳ ຊຸດທີ II, ສະຫາຍ ສອນໄຊ ດວງສົງຄາມ ເປັນຮອງເລຂາ ແລະ ສະຫາຍ ນາງ ສີວັນ ບຸນວົງໄຊ ເປັນຜູ້ກວດກາ.

ໃນຕອນບ່າຍຂອງວັນດຽວກັນ ໜ່ວຍພັກຂະແໜງການຄ້າພາຍໃນ ແລະ ຂະແໜງທະບຽນ-ຄຸ້ມຄອງວິສາຫະກິດ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນ ຢູ່ຫ້ອງປະຊຸມຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄອນສະຫວັນ ສຸກຂະເສີມ ເລຂາໜ່ວຍພັກຂະແໜງການຄ້າພາຍໃນ ແລະ ຂະແໜງທະບຽນ-ຄຸ້ມຄອງວິສາຫະກິດ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ໄກສອນ ຈັນສີນາ ເລຂາຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ສະຫາຍ ນາງ ແຕງທອງ ພັນປະດິດ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະພະແນກ, ຄະນະຮັບຜິດຊອບຂັ້ນແຂວງ, ສະມາຊິກພັກພາຍໃນຂະແໜງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງທັງສອງພາກ ຂອງໜ່ວຍພັກຂະແໜງການຄ້າພາຍໃນ ແລະ ຂະແໜງທະບຽນ – ຄຸ້ມຄອງວິສາຫະກິດ ທີ່ຈັດຕັ້ງປະຕິບັດໃນໄລຍະ 5 ປີຜ່ານມາ, ພ້ອມນີ້ ກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາເລຂາໜ່ວຍພັກຊຸດໃໝ່ ແລະ ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ຄອນສະຫວັນ ສຸກຂະເສີມ ເປັນເລຂາໜ່ວຍພັກຂະແໜງການຄ້າພາຍໃນ ແລະ ຂະແໜງທະບຽນ – ຄຸ້ມຄອງວິສາຫະກິດ ຊຸດທີ II, ສະຫາຍ ຕຸ້ຍ ຈັນທະມຸງຄຸນ ເປັນຮອງເລຂາ ແລະ ສະຫາຍ ນາງ ອຳພອນ ຈັນທະວົງ ເປັນຜູ້ກວດກາ.

About admins16