ພິທີປະກາດປັບປຸງການຈັດຕັ້ງ ອົງການໄອຍະການປະຊາຊົນເຂດ 2 ແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ 19 ພຶດສາພາ 2022 ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນ ເຂດ 2 ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດປັບປຸງການຈັດຕັ້ງຫ້ອງການຂອງຕົນ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ທອງໃບ ພຽນວົງ ຫົວໜ້າໄອຍະການປະຊາຊົນແຂວງບໍລິຄຳໄຊ, ມີບັນດາທ່ານຫົວໜ້າ, ຄະນະ ແລະ ພະນັກງານລັດຖະກອນພາຍໃນ ອົງການໄອຍະການປະຊາຊົນເຂດ 2 ເມືອງຄຳເກີດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ເພື່ອເປັນການປັງປຸງກົງຈັກການຈັດຕັ້ງ ໃຫ້ສອດຄ່ອງກັບການພັດທະນາ ລະບອບການບໍລິຫານລັດໃນໄລຍະໃໝ່ ອົງການໄອຍະການປະຊາຊົນສູງສຸດ ອອກຂໍ້ຕົກລົງ ເລກທີ 389/ອອປສ, ລົງວັນທີ 29/3/2022 ວ່າດ້ວຍການແຕ່ງຕັ້ງ ທ່ານ ສຸລະສິດ ສີລັດຕະນະວົງ ເປັນຫົວໜ້າຫ້ອງການ ອົງການໄອຍະການປະຊາຊົນເຂດ 2 ແຂວງບໍລິຄຳໄຊ.

ອົງການໄອຍະການປະຊາຊົນ ເຂດ II ມີ 3 ຕົວເມືອງຂຶ້ນກັບ ຄື: ເມືອງຄໍາເກີດ, ເມືອງວຽງທອງ ແລະ ເມືອງໄຊຈຳພອນ, ທ່ານ ທອງໃບ ພຽນວົງ ກ່າວວ່າ: ການປັບປຸງກົງຈັກການຈັດຕັ້ງ ແມ່ນເພື່ອເປີດໂອກາດໃຫ້ພະນັກງານລຸ້ນສືບທອດ ໄດ້ມີໂອກາດ ໃນການພັດທະນາຕົນເອງ ພັດທະນາອົງກອນ, ແນໃສ່ຊຸກຍູ້ສົ່ງເສີມການພັດທະນາດ້ານບຸກຄະລາກອນ ໃຫ້ມີຄວາມກ້າວໜ້າ ຂຶ້ນໄປເລື້ອຍໆ.

 

About admin11