2 ບໍລິສັດ ປະກອບສ່ວນ ຕ້ານໂຄວິດ 19 ມູນຄ່າ 200 ກວ່າລ້ານກີບ

ໃນວັນທີ 19 ພຶດສະພາ 2021 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານນາງ ດາວວອນ ເພັດສານຸພົນ ອຳນວຍການບໍລິສັດ ສະຕາໂທລະຄົມ ສາຂາແຂວງບໍລິຄຳໄຊ ມອບອຸປະກອນຮັບໃຊ້ໃນການສື່ສານ ມູນຄ່າ 216.896.000 ກີບ ແລະ ທ່ານນາງ ຄຳຫລ້າ ພົນສະຫວັດ ຮອງຜູ້ອຳນວຍການ ພະແນກສິ່ງແວດລ້ອມ ແລະ ສັງຄົມ ໂຄງການເຂື່ອນໄຟຟ້ານໍ້າຕົກ ນໍ້າງຽບ 1 ມອບເງິນຈຳນວນ 10.000.000 ກີບ ເພື່ອສົມທົບທຶນປະກອບສ່ວນໃຫ້ແຂວງບໍລິຄຳໄຊ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຕາງໜ້າກ່າວຮັບໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ມີພາກສ່ວນທີ່ກຽ່ວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້ ທ່ານ ບຸນເສັງ ປະທຳມະວົງ ໄດ້ຕາງໜ້າໃຫ້ການນຳແຂວງບໍລິຄຳໄຊ ກ່າວຄຳຂອບໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ສອງບໍລິສັດດັ່ງກ່າວນີ້ ທີ່ເປັນສ່ວນໜຶ່ງໃນການສົມທົບທຶນຊຸກຍູ້ຊ່ວຍເຫຼືອ ໃນການເຄື່ອນໄຫວປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແລະ ເພື່ອເປັນການຢັ້ງຢືນຜົນງານຄວາມດີດັ່ງກ່າວ ແຂວງບໍລິຄຳໄຊ ຍັງໄດ້ມອບໃບກຽດຕິຄຸນ ແລະ ໃບຊົມເຊີຍ ໃຫ້ທັງສອງບໍລິສັດນີ້ ເພື່ອເປັນກຽດຕິຄຸນ ແລະ ບັນທຶກໄວ້ໃນປື້ມຄຳປະຫວັດສາດຂອງແຂວງຕະຫຼອດໄປ.

About admins16