2 ທະນາຄານ ມອບເງິນຊຸກຍູ້ວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19

ເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນວັນທີ 27 ພຶດສະພາ 2021 ຢູ່ຫ້ອງວ່າການແຂວງ ທະນາຄານພັດທະນາລາວ ສາຂາຫຼັກຊາວ ແລະ ທະນາຄານນະໂຍບາຍ ຫ້ອງການປະສານງານແຂວງບໍລິຄຳໄຊ ໄດ້ນຳເງິນຈຳນວນໜຶ່ງ ມາມອບໃຫ້ແຂວງບໍລິຄຳໄຊ ຕາງໜ້າໃຫ້ການນຳແຂວງຮັບໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ທັງເປັນປະທານຄະນະກຳມະການສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດອັກເສບປອດເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ຄະນະຂອງ 2 ທະນາຄານເຂົ້າຮ່ວມເປັນສັກຂີພິຍານ.

ທະນາຄານພັດທະນາລາວ ສາຂາຫຼັກຊາວ ໄດ້ມອບນຳເງິນສົດຈຳນວນ 6.040.000 ກີບ  ກ່າວມອບໂດຍ ທ່ານ ອານຸໄຊ ໄຊຍະຈັກ ຮອງຫົວໜ້າທະນາຄານພັດທະນາລາວ ສາຂາຫຼັກຊາວ ແລະ ທະນາຄານນະໂຍບາຍ ຫ້ອງການປະສານງານແຂວງບໍລິຄຳໄຊ ໄດ້ມອບເງິນສົດ ຈຳນວນ 3.000.000 ກີບ ມອບໂດຍທ່ານ ຫຼ້າລຸນ ອິນທະປັດຖາ ຫົວໜ້າທະນາຄານນະໂຍບາຍ ຫ້ອງການປະສານງານແຂວງບໍລິຄຳໄຊ.

About admins14