ປກສ ເມືອງປາກຊັນ ເຊື່ອມຊືມມະຕິ XI ຂອງພັກ

ວັນທີ 26 ພືດສະພາ 2021 ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີ ເຊື່ອມຊືມມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ສະໄຫມທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ເອກະສານ ວ່າດ້ວຍການຍົກສູງຄຸນນະພາບການເມືອງ-ແນວຄິດ ໃນໄລຍະໃໝ່. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ເອກະສານ ໂດຍ ທ່ານ ໄມຈອມ ວັນນະສານຄໍາ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງປາກຊັນ.

ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນ ຢ່າງເປັນທາງການແຕ່ວັນທີ 13 – 15 ມັງກອນ ປີ 2021 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນຂອງປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບ ດ້ານການເມືອງ ຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາ ເສດຖະກິດ-ສັງຄົມໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາພາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍ ສັງຄົມນິຍົມ.

ໃນພິທີ ຍັງໄດ້ຜ່ານເອກະສານບົດລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ເຊີ່ງໄດ້ຕີລາຄາຄືນ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ວາງທິດທາງແຜນການຄາດໝາຍສູ້ຊົນ ໄລຍະ 5 ປີຕໍ່ໜ້າ, ທີ່ຕ້ອງໄດ້ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອກ້າວສູ່ຈຸດໝາຍສັງຄົມນິຍົມ, ຍົກສູງຄຸນນະພາບການຊີ້ນໍາ-ນໍາພາ, ເດັດດ່ຽວແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງພາຍໃນພັກ, ຮັບປະກັນບົດບາດການເຄື່ອນໄຫວນຳພາຕົວຈິງ ທີ່ເຂັ້ມແຂງຂອງການຈັດຕັ້ງທຸກຂັ້ນ, ເພີ່ມທະວີການຮັກສາສະຖຽນລະພາບດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເສີມຂະຫຍາຍທຸກຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນ, ສ້າງຖານການຜະລິດ ແລະ ບໍລິການໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ, ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ມີປະຊາທິປະໄຕ, ມີສິດສະເໝີພາບ ແລະ ຍຸຕິທຳ, ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວ ຂອງບັນດາອົງການອຳນາດລັດ ໃຫ້ແຂງແຮງ ແລະ ມີປະສິດທິພາບ, ເພີ່ມທະວີສາຍພົວພັນພົວພັນການຮ່ວມມືກັບຕ່າງປະເທດ ເພື່ອຍາດແຍ່ງທາງດ້ານທືນຮອນ, ການຊ່ວຍເຫຼືອລ້າ ແລະ ການຮ່ວມມືດ້ານຕ່າງໆ.

ກອງປະຊຸມຄັ້ງປະຖົມມະລືກ ຍັງໄດ້ປ່ອນບັດເລືອຕັ້ງເອົາຄະນະເລຂາທິການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ, ຍິງ 02 ສະຫາຍ, ເລືອກເອົາຄະນະເລຂາທິການສູນກາງພັກ ຈໍານວນ 09 ສະຫາຍ, ຍິງ 03 ສະຫາຍ, ໃນນັ້ນໄດ້ເລືອກເອົາສະຫາຍ ປອ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ເລືອກເອົາສະຫາຍ ປອ ບຸນທອງ ຈິດມະນີ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ເລືອກເອົາກໍາມະການສໍາຮອງສູນກາງພັກ 10 ສະຫາຍ, ຍິງ 02 ສະຫາຍ, ເລືອກເອົາປະທານຄະນະກວດກາສູນກາງພັກ ແລະ ຮອງປະທານຄະນະກວດກາສູນກາງພັກ ຈໍານວນ 06 ສະຫາຍ.

ພິທີ ຍັງໄດ້ເຊື່ອມຊືມເອກະສານ ວ່າດ້ວຍການຍົກສູງຄຸນນະພາບທາງດ້ານການເມືອງ-ແນວຄິດ ໃນໄລຍະໃໝ່, ທັງນີ້ກໍ່ເພື່ອເຮັດໃຫ້ພະນັກງານນໍາພາ-ບັນຊາ, ພະນັກງານນັກຮົບ ມີການເມືອງ-ແນວຄິດໜັກແໜ້ນ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄຸນສົມບັດສີນທໍາປະຕິວັດ, ມີຈັນຍາບັນ, ຈັນຍາທໍາ ແລະ ໄດ້ຮັບຮູ້, ເຊື່ອມຊືມ, ກໍາແໜ້ນມະຕິ XI ຂອງພັກ ພ້ອມທັງນຳໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານຂົງເຂດທີ່ຕົນຮັບຜິດຊອບ ໃຫ້ປະກົດຜົນເປັນຈິງ.

ພິທີເຊື່ອມຊືມເອກະສານດັ່ງກ່າວ ຢູ່ ປກສ ເມືອງປາກຊັນ ໄດ້ແບ່ງອອກເປັນ 02 ຊຸດ, ເຊິ່ງໃນຕອນບ່າຍຂອງວັນດຽວກັນ ທ່ານ ພັນໂທ ລາຕີ ພິລາວົງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງປາກຊັນ ກໍ່ໄດ້ໃຫ້ກຽດເປັນປະທານສືບຕໍ່ເຜີຍແຜ່ ເຊື່ອມຊືມມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ສະໄຫມທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ເອກະສານ ວ່າດ້ວຍການ ຍົກສູງຄຸນນະພາບການເມືອງ-ແນວຄິດ ໃນໄລຍະໃໝ່.

About admin11