ໜ່ວຍພັກຮາກຖານຄະນະກວດກາພັກແຂວງ ຕີລາຄາການປະຕິບັດມະຕິກອງປະຊຸມໃຫຍ່ ກາງສະໄໝ

ກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງໜ່ວຍພັກຮາກຖານຄະນະກວດກາພັກແຂວງບໍລິຄຳໄຊ ກາງສະໄໝ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ກຸມພາ 2023 ຢູ່ຫ້ອງປະຊຸມຂອງຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ແສງເດືອນ ບໍລິຈັກ ເລຂາໜ່ວຍພັກຮາກຖານຄະນະກວດກາພັກແຂວງ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ, ມີຄະນະໜ່ວຍພັກ ແລະ ສະມາຊິກພັກພາຍໃນໜ່ວຍພັກ ເຂົ້າຮ່ວມ.

ໜ່ວຍພັກຮາກຖານຄະນະກວດກາພັກແຂວງບໍລິຄຳໄຊ ເປັນໜ່ວຍພັກໜື່ງພາຍໃຕ້ການນຳພາ-ຊີ້ນຳ ໂດຍກົງຈາກຄະນະປະຈຳພັກແຂວງ, ມີພາລະບົດບາດເປັນເສນາທິການໃຫ້ຄະນະບໍລິຫານງານພັກແຂວງ ໃນວຽກງານ ຕິດຕາມກວດກາພັກ, ມີສະມາຊິກພັກທັງໝົດ 26 ສະຫາຍ, ຍິງ 7 ສະຫາຍ ກວມເອົາ 86,66% ຂອງຈຳນວນ ພະນັກງານທັງໝົດ, ຄະນະພັກ ຖືສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນການຈັດຕັ້ງພັກຂອງຕົນ ເຊິ່ງໄດ້ນຳເອົາແນວທາງ, ນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ຂໍ້ກຳນົດ, ບົດແນະນໍາ, ແຈ້ງການຂອງຂັ້ນເທິງ ແລະ ຂັ້ນຕົນ ມາເຊື່ອມຊຶມເປັນປົກກະຕິ, ປະຕິບັດຢ່າງເຂັ້ມງວດ 5 ຫຼັກການ, 3 ທິດນຳ ໃນການກໍ່ສ້າງ ແລະ ປັບປຸງພັກ, ມີສະຕິເຄົາລົບ ແລະ ປະຕິບັດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຢ່າງເຂັ້ມງວດ ໜ່ວຍພັກສາມາດຢັ້ງຢືນເປັນ ໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ 10 ປີຕິດຕໍ່ກັນ ແລະ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 4 ປີ ຕິດຕໍ່ກັນ, ສະມາຊິກພັກໄດ້ແຂງ 25 ສະຫາຍ ກວມເອົາ 100%.

ຕິດຕາມ ການປະຕິບັດວິໄນຕໍ່ຄະນະພັກ, ສະມາຊິກພັກ ພົບເຫັນສະມາຊິກພັກຖືກລົງວິໄນ ຈຳນວນ 147 ສະຫາຍ, ຍິງ 13 ສະຫາຍ, ຕິດຕາມ, ກວດກາຕາມຜົນການກວດສອບ ປີ 2019 ຈໍານວນ 33 ໂຄງການ, ໄດ້ຮັບຄຳຮ້ອງ-ຄຳສະເໜີ ຈຳນວນ 47 ເລື່ອງ ໃນນັ້ນ ໄດ້ຄົ້ນຄ້ວາແກ້ໄຂໃນຂັ້ນຕົນ 40 ເລື່ອງ, ສົ່ງໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ 7 ເລື່ອງ, ຄຳຮ້ອງທີ່ພົ້ນເດັ່ນແມ່ນບັນຫາຂໍ້ ຂັດແຍ່ງທີ່ດິນ, ຜ່ານມາ 3 ອົງການຈັດຕັ້ງສາມາດຢັ້ງຢືນ ແລະ ຮັບຮອງໄດ້ ກຳມະບານ 5 ເປັນເຈົ້າ 3 ປີຕິດຕໍ່ກັນ, ຢັ້ງຢືນເປັນຊາວໜຸ່ມ 4 ບຸກ ແລະ ແມ່ຍິງກໍໄດ້ເປັນແມ່ຍິງ 3 ດີ, ພ້ອມນີ້ ຄະນະພັກ ຍັງໄດ້ເອົາໃຈໃສ່ໃນການປັບປຸງກໍ່ສ້າງພັກ ໂດຍຖືເອົາການກວດກາຕີລາຄາ ໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນໃນແຕ່ລະປີ ແລະ ການຮ່ວມຊີວິດພັກໃນແຕ່ລະເດືອນເປັນການປັບປຸງ, ກໍ່ສ້າງຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ.

About admins16