ໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍລິຄຳໄຊ ແຂ່ງຂັນທັກສະການປຸງແຕ່ງອາຫານ

ງານແຂ່ງຂັນທັກສະການປຸງແຕ່ງອາຫານ ຂອງນັກສຶກສາ ສາຂາວິຊາປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ທີ່ໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 25 ສິງຫາ 2021 ຢູ່ເດີ່ນໂຮງຮຽນດັ່ງກ່າວ, ໂດຍປັນກຽດເຂົ້າຮ່ວມຂອງທ່ານ ບົວສອນ ບຸດຊາວດອນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ທ່ານ ເພັດລະຄອນ ສິລິວັນ ຮອງອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແຂວງ, ມີຄະນະກຳມະການ, ຄູອາຈານ, ນັກສຶກສາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ການແຂ່ງຂັນໃນຄັ້ງນີ້ ແມ່ນສະເພາະນັກສຶກສາ ປີ 1 ສາຂາວິຊາປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ເຊິ່ງໄດ້ແບ່ງອອກເປັນ 4 ກຸ່ມ ກຸ່ມລະ 6-7 ຄົນ ໂດຍໄດ້ກຳນົດເອົາພຽງ 2 ປະເພດອາຫານ ຄື: ກ້ອຍປານິນ ແລະ ຍຳໂຕ່ງຊີ້ນງົວ.

ໃນການແຂ່ງຂັນ ແມ່ນເນັ້ນໃສ່ຣົດຊາດຂອງອາຫານ, ຄວາມງາມ, ສີສັນ, ການຕົບແຕ່ງ, ການນຳສະເໜີ, ຄວາມຄິດສ້າງສັນ, ຄວາມເປັນລະບຽບຮຽບຮ້ອຍໃນການນຸ່ງຖື, ການຮັກສາເວລາ ເຊິ່ງກຳນົດ 1 ຊົ່ວໂມງ, ຄວາມປອດໄພ ແລະ ຄວາມສະອາດຂອງບ່ອນແຕ່ງກິນ ລວມເຖິງການເກັບມ້ຽນອຸປະກອນ.

ຈາກການແຂ່ງຂັນ ສາມາດສະຫຼຸບໄດ້ ຄື: ກຸ່ມທີ່ສາມາດເຮັດໄດ້ຕາມມາດຖານ ທີ່ຄະນະກຳມະການໄດ້ກຳນົດໄວ້ ແລະ ລົດຊາດທີ່ຖືກໃຈຂອງຄະນະກຳມະການທີ່ສຸດ ສາມາດຍາດໄດ້ອັນດັບ 1 ແມ່ນກຸ່ມທີ 4, ອັນດັບ 2 ແມ່ນກຸ່ມ 3, ອັນດັບ 3 ແມ່ນກຸ່ມ 2 ແລະ ອັນດັບ 4 ແມ່ນກຸ່ມ 1.

ນອກຈາກການແຂ່ງຂັນປຸງແຕ່ງອາຫານແລ້ວ ຍັງມີການວາງຈຳໜ່າຍຜະລິດຕະພັນສິນຄ້າຂອງແຕ່ລະສາຂາ ເປັນຕົ້ນແມ່ນ ສາຂາຕັດຫຍິບ, ສາຂາໄຟຟ້າ, ປູກຝັງ, ລ້ຽງສັດ ແລະ ອື່ນໆ.

ຈຸດປະສົງ ກໍ່ເພື່ອເປັນການທົບທວນທິດສະດີທີ່ໄດ້ຮຽນມາ ທັງເປັນການຝຶກທັກສະຄວາມສາມາດຂອງນັກສຶກສາ ເພື່ອຈະໄດ້ນຳໄປໃຊ້ໃນຊີວິດປະຈຳວັນ ແລະ ປະກອບເຂົ້າໃນວິຊາຊີບຂອງຕົນໃນຕໍ່ໜ້າ.

About admins16