ປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ

ພິທີປະກາດ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ສິງຫາ 2021 ຢູ່ຫ້ອງປະຊຸມຂອງຕົນ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະຈັດຕັ້ງແຂວງ, ຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 555/ຂບຊ ລົງວັນທີ 12 ສິງຫາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ສິງຄຳ ສຸວັນຄຳ ເປັນຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ.

ໂອກາດນີ້ ທ່ານຮອງເຈົ້າແຂວງ ຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳໃນຫຼາຍວຽກງານ ກ່ອນອຶ່ນທ່ານກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ເພີ່ມທະວີຄວາມສາມັກຄີ ໃຫ້ເປັນປຶກແຜ່ນພາຍໃນພັກ, ຢຶດໝັ້ນບັນດາຫລັການຈັດຕັ້ງເຄື່ອນໄຫວ ອັນເປັນພື້ນຖານຂອງພັກ, ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ເປັນເອກະພາບຕໍ່ຄວາມຫຍຸ້ງຍາກທີ່ເກີດຂື້ນ ຕິດພັນກັບການເຊີດຊູຄວາມຮັບຜິດຊອບແບບລວມໝູ່ ແລະ ບຸກຄົນ

 ເພື່ອແກ້ໄຂບັນຫາ, ສືບຕໍ່ປັບປຸງຄືນໂຄງຮ່າງການຈັດຕັ້ງຂອງຄະນະພັກ, ຄະນະພະແນກ ແລະ ບັນດາຂະແໜງ ໃຫ້ມີຄວາມລະອຽດ, ຈະແຈ້ງ ແທດເໝາະກັບຄວາມສາມາດ ແລະ ໜ້າວຽກຕົວຈິງໃນປະຈຸບັນ, ສືບຕໍ່ປັບປຸງ, ກໍ່ສ້າງຮາກຖານການເມືອງຕາມວິຊາສະເພາະສາຍຕັ້ງຂອງຕົນ ຕ້ອງມີລັກສະນະກວມລວມ ແລະ ດຳເນີນຢ່າງເປັນລະບົບ, ເລິກເຊິ່ງ, ສຸມໃສ່ເຮັດໃຫ້ການຜັນຂະຫຍາຍຢ່າງແຂງແຮງ ຕໍ່ຍຸດທະສາດແຜນພັດທະນາວຽກງານອຸດສາຫະກໍາ ແລະ ການຄ້າ ເປັນຕົ້ນ ການພັດທະນາ ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ເປັນທ່າແຮງຂອງແຂວງບໍລິຄໍາໄຊ, ການອໍານວຍຄວາມສະດວກທາງດ້ານການຄ້າ, ການຄຸ້ມຄອງລາຄາສິນຄ້າ, ຊຸກຍູ້ສົ່ງເສີມທຸລະກິດເກີດໃໝ່ ແລະ ວຽກສັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ, ຕະຫຼອດເຖິງການຂະຫຍາຍສາຂາອາຊີບທີ່ນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຍີຂໍ້ມູນຂ່າວສານໃນທົ່ວແຂວງ ໃຫ້ມີໃບໜ້າໃໝ່ ມີຜົນງານໃໝ່ ຢ່າງຕໍ່ເນື່ອງ ທີ່ໃຫຍ່ຫຼວງກວ່າເກົ່າ.

About admins16