ໂຮງຮຽນທະຫານຊາຍແດນ 712 ມອບເງິນ 10 ລ້ານກວ່າກີບ ສົມທົບທຶນກໍ່ສ້າງທາງເບຼຕົງເຂົ້າວັດໂພນສັນ

ພິທີມອບເງິນ ເພື່ອສົມທົບທຶນເຂົ້າໃນການກໍ່ສ້າງທາງເບຼຕົງ ເຂົ້າວັດໂພນສັນ (ນາຄານິມິດ)ຂອງ ໂຮງຮຽນທະຫານຊາຍແດນ 712 ໃນຕອນເຊົ້າຂອງວັນທີ 16 ພະຈິກ 2021 ນີ້ ຢູ່ທີ່ຫ້ອງວ່າການເມືອງທ່າພະບາດ ໂດຍໃຫ້ກຽດຕາງໜ້າມອບໂດຍທ່ານ ສັກສົມບັດ ແກ້ວສິດທິວົງ ຫົວໜ້າການທະຫານໂຮງຮຽນຊາຍແດນ 712 ພ້ອມດ້ວຍຄະນະ ຕາງໜ້າຮັບເອົາໂດຍທ່ານ ສົມສົດ ແສງພາພອນ ເຈົ້າເມືອງທ່າພະບາດ ພ້ອມດ້ວຍຄະນະ ເຊິ່ງທຶນທີ່ນໍາມາມອບໃນຄັ້ງນີ້ ເປັນຈໍານວນເງິນທັງໝົດ 10.750.000 ກີບ.

ໃນວາລະດັ່ງກ່າວ ທ່ານ ສົມສົດ ແສງອາພອນ ຕາງໜ້າຕົວແທນໃຫ້ກັບພໍ່ແມ່ປະຊາຊົນ ຊາວເມືອງທ່າພະບາດ ໄດ້ກ່າວສະແດງຄວາມຂອບໃຈ, ຍ້ອງຍໍມາຍັງທຸກພາກສ່ວນຂອງໂຮງຮຽນທະຫານຊາຍແດນ 712 ທີ່ໄດ້ປະກອບສ່ວນໂມທະນາສົມທົບທາງດ້ານທຶນຮອນ ແລະ ກໍາລັງແຮງງານ ປະກອບສ່ວນເຂົ້າໃນການພັດທະນາສະຖານທີ່ມໍລະດົກຂອງແຂວງ ບໍລິຄໍາໄຊ ກໍ່ຄືຊາວເມືອງ ທ່າພະບາດ

ໃນທ້າຍພິທີ ທ່ານ ສົມສົດ ແສງອາພອນ ຍັງໄດ້ມອບໃບຍ້ອງຍໍ ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ໄດ້ບັນທຶກໄວ້ໃນປື້ມຄຳປະຫວັດສາດຂອງເມືອງທ່າພະບາດ.

 

 

About admin11