ໂຮງຮຽນການເມືອງ ຮ່ວມແຂ່ງຂັນເຕະບານມິດຕະພາບ ກັບ ພະແນກແຜນການ

ໂຮງຮຽນການເມືອງການປົກຄອງ ຮ່ວມກັບ ພະແນກແຜນການ ໄດ້ຈັດການແຂ່ງຂັນເຕະບານມິດຕະພາບນັດພິເສດຂຶ້ນ ໃນວັນທີ 24 ກຸມພາ 2023 ທີ່ເດີ່ນບານເຕະ ບ້າ່ນໂພນໄຊ ເມືອງປາກຊັນ, ໂຮງຮຽນການເມືອງ ແລະ ການປົກຄອງ ນຳພາໂດຍ ທ່ານ ວັນໄຊ ເງຍຈັນທະສອນ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະ ພະແນກແຜນການ ແລະ ການລົງທຶນແຂວງ ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ການລົງທຶນ ແຂວງບໍລິຄຳໄຊ ພ້ອມດ້ວຍນັກກິລາທັງສອງພາກສ່ວນ ເຂົ້າຮ່ວມ.

ການແຂ່ງຂັນກິລາເຕະບານມິດຕະພາບຄັ້ງນີ້ ແມ່ນເພື່ອເປັນການສ້າງຂະບວນການຊົມເຊີຍວັນສຳຄັນຕ່າງໆຂອງພັກ, ຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນວັນສ້າງຕັ້ງແຂວງບໍລິຄຳໄຊ ຄົບຮອບ 39 ປີ (6 ມີນາ 1984 – 6 ມີນາ 2023 ) ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.

ຜ່ານການແຂ່ງຂັນ ຜົນປະກົດວ່າ ພະແນກແຜນການ ເອົາຊະນະ ໂຮງຮຽນການເມືອງ ໄປໄດ້ດ້ວຍຄະແນນ 7 ປະຕູ 5, ຊຶ່ງໃນໄລຍະການແຂ່ງຂັນ ແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ມີໄມຕີຈິດມິດຕະພາບ ແລະ ນັກກິລາທັງສອງຝ່າຍຫຼິ້ນກັນດ້ວຍນ້ຳໃຈ, ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ ສົມກັບວ່າການແຂ່ງຂັນກິລາເພື່ອມິດຕະພາບຢ່າງແທ້ຈິງ.

About admins14