ເຈົ້າເມືອງປາກຊັນ ມອບເງິນຊ່ວຍສ້າງທາງຮ່ອມ ບ້ານທ່ານາ

ໃນວັນທີ 27 ກຸມພາ 2023 ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງປາກຊັນ ພ້ອມຄະນະ ໄດ້ນຳເອົາເງິນ ຈຳນວນ 10.000.000 ກີບ ລົງໄປມອບໃຫ້ບ້ານທ່ານາ ເພື່ອເປັນທຶນສົມທົບຂອງເມືອງປາກຊັນ ມອບໃຫ້ແກ່ບ້ານ ເພື່ອນຳໃຊ້ເຂົ້າໃນການກໍ່ສ້າງເສັ້ນທາງຮ່ອມພາຍໃນບ້ານທ່ານາ ດ້ວຍເບຕົງເສີມເຫຼັກ, ກ່າວຮັບໂດຍນາຍບ້ານທ່ານາ ເມືຶອງປາກຊັນ ໂດຍມີການຈັດຕັ້ງ, ເຖົ້າແກ່ແນວໂຮມ ພາຍໃນບ້ານ ຮ່ວມເປັນສັກຂີພະຍານ.

ສຳລັບການກໍ່ສ້າງເສັ້ນທາງຮ່ອມພາຍໃນບ້ານທ່ານາ ເມືອງປາກຊັນ ປະກອບມີ 3 ເສັ້ນ ມີຄວາມຍາວທັງໝົດ 595 ແມັດ, ປະຈຸບັນສໍາເລັດການກໍ່ສ້າງແລ້ວສອງເສັ້ນ ຍາວ 510 ແມັດ ແລະ ພວມດໍາເນີນການກໍ່ສ້າງຮ່ອມທີສາມ ມີຄວາມຍາວ 80 ກວ່າແມັດ.

ພ້ອມດຽວກັນ ເຈົ້າເມືອງປາກຊັນ ຍັງໄດ້ນຳເອົາເຄື່ອງຊ່ວຍເຫຼືອບັນເທົາທຸກຈຳນວນໜຶ່ງ ນຳໄປມອບໃຫ້ແກ່ຄອບຄົວທຸກຍາກ-ອະນາຖາ ຢູ່ບ້ານ ສິນໄຊ ຈຳນວນໜຶ່ງຄອບຄົວ, ບ້ານໂພນງາມ ໜຶ່ງຄອບຄົວ, ບ້ານໜອງສາມານ ສອງຄອບຄົວ ແລະ ບ້ານບົງ ສອງຄອບຄົວ, ເຄື່ອງທີ່ນຳໄປມອບ ຄັ້ງນີ້ ປະກອບມີເຄື່ອງນຸ່ງ, ຜ້າຫົ່ມ, ທີ່ນອນ, ເກີບ ແລະ ໝີ່ກິນໄວ.

About admins14