ໂຮງຮຽນການເມືອງ-ການປົກຄອງແຂວງ ຮ່ວມໃຈບໍລິຈາກເລືອດ ຊ່ວຍເຫຼືອສັງຄົມ

ໃນວັນທີ 8 ກຸມພາ 2023 ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ຮ່ວມກັບອົງການກາແດງ ແຂວງ ບໍລິຄຳໄຊ ຈັດພິທີບໍລິຈາກເລືອດຊ່ວຍເຫຼືອສັງຄົມ  ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ເຂົ້າຮ່ວມຊີ້ນຳໂດຍ ທ່ານ ວັນໄຊ ເງຍຈັນທະສອນ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແລະ ທ່ານ ນາງ ພິນທອງ ທຳມະວົງສາ ຮອງຫົວໜ້າອົງການກາແດງແຂວງ, ມີທີມງານຈາກອົງການກາແດງແຂວງ, ຄະນະອຳນວຍການ, ຂະແໜງການ, ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ແລະ ຂັ້ນກາງ ເຂົ້າຮ່ວມ.

ໃນພິທີ ທ່ານ ວັນໄຊ ເງຍຈັນທະສອນ ໄດ້ຍົກໃຫ້ເຫັນເຖິງຄວາມຈໍາເປັນ ແລະ ຄວາມໝາຍຄວາມສຳຄັນ ຂອງການບໍລິຈາກເລືອດ, ເຊິ່ງເຫັນວ່າ  ປັດຈຸບັນເລືອດມີຄວາມຂາດແຄນຫຼາຍ ເນື່ອງຈາກການແຜ່ລະບາດຂອງພະຍາດຕ່າງໆ ແຕ່ຄວາມຮຽກຮ້ອງຕ້ອງການເລືອດຍັງມີຢ່າງຕໍ່ເນື່ອງ, ເພື່ອໄປຊ່ວຍເຫຼືອຜູ້ທີ່ເຈັບປ່ວຍທີ່ຕ້ອງການເລືອດ ແລະ ກອບກູ້ເອົາຊີວິດຂອງເພື່ອນມະນຸດດ້ວຍກັນ, ພ້ອມນັ້ນ ທ່ານຍັງກ່າວຕື່ມອີກວ່າ ຜູ້ທີ່ບໍລິຈາກເລືອດ ແມ່ນຜູ້ມີຈິດໃຈດີ ແລະ ນໍ້າໃຈເສຍສະຫຼະເພື່ອສ່ວນລວມ ເພາະສາມາດເສຍສະຫຼະເລືອດໃນຮ່າງກາຍຂອງຕົນເພື່ອກອບກູ້ຊີວິດຜູ້ອື່ນໂດຍບໍ່ຫວັງສິ່ງຕອບແທນ.

ພິທີບໍລິຈາກເລືອດໃນຄັ້ງນີ້ ມີຜູ້ສະໝັກໃຈເຂົ້າຮ່ວມບໍລິຈາກເລືອດ 17 ທ່ານ, ຍິງ 4 ທ່ານ ແລະ ໄດ້ເລືອດທັງໝົດ 17 ຖົງ.

ເພື່ອສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ຜົນງານດັ່ງກ່າວ ຄະນະຮັບຜິດຊອບ ໄດ້ມອບໃບຍ້ອງຍໍຂອງອົງການກາແດງແຂວງ ໃຫ້ຜູ້ທີ່ສະໝັກໃຈບໍລິຈາກເລືອດຄັ້ງນີ້ ໃຫ້ກຽດມອບໂດຍ ທ່ານ ນາງ ພິນທອງ ທຳມະວົງສາ ຮອງຫົວໜ້າອົງການກາແດງແຂວງບໍລິຄຳໄຊ.

About admins14