ຫົວໜ້າຄະນະຈັດຕັ້ງສູນກາງພັກ ລົງຢ້ຽມຢາມຟາມງົວພູທອນ

ໃນຕອນບ່າຍຂອງວັນທີ 7 ກຸມພາ 2023 ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ຟາມງົວພູທອນ ຢູ່ບ້ານນາສົ້ມມໍ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍມີທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ຮ່ວມພາທາງ.

ໂອກາດນີ້ ທ່ານ ພູທອນ ວັນນະບົວທອງ ໄດ້ລາຍງານກ່ຽວກັບການລ້ຽງງົວໃນໄລຍະຜ່ານມາວ່າ: ງົວທີ່ລ້ຽງຢູ່ຟາມ ແມ່ນງົວສາຍພັນບາໝັ້ນ ເຊິ່ງຈະໂຕໃຫຍ່ກວ່າງົວທົ່ວໄປ, ໂດຍໄດ້ເລີ່ມລ້ຽງແຕ່ປີ 2019, ເບື້ອງຕົ້ນມີງົວ 14 ໂຕ, ປັດຈຸບັນມີງົວທັງໝົດ 80 ກວ່າໂຕ, ໃຫ້ອາຫານ 2 ເທື່ອຕໍ່ມື້, ປີໜຶ່ງເກີດລູກ ປະມານ 40 ກວ່າໂຕ, ປະມານ 4-5 ປີ ຈຶ່ງໄດ້ຂາຍ, ຖ້າຂາຍລູກງົວ ແມ່ນ 1 ໂຕ ປະມານ 15 – 20 ລ້ານກວ່າກີບ, ເປົ້າໝາຍແມ່ນຈະສະໜອງຕະຫຼາດພາຍໃນປະເທດ, ການລົງທຶນທີ່ຜ່ານມາ ປະມານ 4 ຕື້ກວ່າກີບ, ໃນອານາຄົດ ຈະຂະຫຍາຍຄອກງົວເພີ່ມ ແລະ ມີແຜນຈະລ້ຽງແບ້ ຕື່ມອີກຈໍານວນໜຶ່ງ.

About admins14