ໂຮງງານປຸງແຕ່ງໄມ້ ນາງ ສຸດໃຈ ມອບຊີມັງ 10 ໂຕນ ຊຸກຍູ້ການກໍ່ສ້າງຫ້ອງການສຳມະໂນຄົວ

 

ໃນຕອນເຊົ້າ ຂອງວັນທີ 15 ທັນວາ 2020 ຢູ່ກອງບັນຊາການ ປກສ ເມືອງວຽງທອງ, ແຂວງ ບໍລິຄໍາໄຊ ທາງໂຮງງານປຸງແຕ່ງໄມ້ ນາງ ສຸດໃຈ ບ້ານທ່າແພ ໄດ້ນໍາເອົາຊີມັງ ຈໍານວນ 10 ໂຕ່ນ ຄິດເປັນມູນຄ່າ 5.000.000 ກີບ ມາມອບໃຫ້ ປກສ ເມືອງວຽງທອງເພື່ອປະກອບສ່ວນເຂົ້າໃນການສ້າງຫ້ອງການສໍາມະໂນຄົວຫຼັງໃໝ່. ເຊີ່ງເປັນກຽດມອບໂດຍ ທ່ານ ນາມ ຕາງໜ້າໂຮງງານ, ເປັນກຽດຮັບໂດຍ ທ່ານ ພັທ ຈອນ ອຸດລາຍັນ ຫົວໜ້າ ປກສ ເມືອງ ພ້ອມດ້ວຍຄະນະ ແລະ ພະນັກງານພາຍໃນກົມກອງ ເຂົ້າຮ່ວມເປັນສັກຂີພິຍານ.

About admin11