ປະກາດການຈັດຕັ້ງ ໂຮງຮຽນ ມ.ສ ໜອງບົວ

ພິທີປະກາດການຈັດຕັ້ງຂອງໂຮງຮຽນ ມ.ສ ໜອງບົວ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 16 ທັນວາ 2020 ຢູ່ຫ້ອງປະຊຸມຂອງຕົນ, ເປັນກຽດເຂົ້າຮ່ວມຂອງທ່ານ ໂພຄຳ ຈັນທະສຸກ ຮອງເຈົ້າເມືອງປາກຊັນ, ມີຮອງຫົວໜ້າພະແສຶກສາທິການ ແລະ ກິລາແຂວງ, ຫົວໜ້າສຶກສາທິການ ແລະ ກິລາເມືອງປາກຊັນ,  ອຳນາດການປົກຄອງບ້ານ ແລະ ຄູ-ອາຈານພາຍໃນໂຮງຮຽນເຂົ້າຮ່ວມ.

ໃນພິທີໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງປາກຊັນ ສະບັບເລກທີ 468 ແລະ 469/ມປຊ ລົງວັນທີ 19 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານນາງ ສົມສະໄໝ ອິນທະວົງໄຊ ຮັກສາການຜູ້ອຳນວຍການ ຂຶ້ນເປັນອຳນວຍການໂຮງຮຽນ ມ.ສ ໜອງບົວ ແລະ ແຕ່ງຕັ້ງ ທ່ານ ບຸນດອມ ເພຍສາຂາ ຫົວໜ້າໜ່ວຍງານບໍລິຫານ ຂຶ້ນເປັນຮອງອຳນວຍການ ໂຮງຮຽນ ມ.ສ ໜອງບົວ.

ທ່ານ ໂພຄຳ ຈັນທະສຸກ ໄດ້ຍົກໃຫ້ເຫັນວ່າ: ການປັບປຸງ, ຍົກຍ້າຍ, ແຕ່ງຕັ້ງ ເປັນວຽກປົກກະຕິຂອງພະນັກງານລັດຖະກອນ ພ້ອມນີ້ທ່ານຍັງໄດ້ເນັ້ນເຖີງບັນຫາ ວຽກງານຄຸ້ມຄອງພະນັກງານ, ການນຳໃຊ້ຫຼັກສູດການຮຽນ-ການສອນ, ສື່ສານການຮຽນ-ການສອນ, ການຄຸ້ມຄອງຊັບສິນຂອງໂຮງຮຽນ ແລະ ສອດຄ່ອງກັບຄຸນນະພາບການສຶກສາ, ຮູ້ຂອບເຂດການຄຸ້ມຄອງກິດຈະການຂອງໂຮງຮຽນຢ່າງຊັດເຈນ, ຕ້ອງມີການຈັດການບຸກຄະລາກອນໃຫ້ຖືກຕ້ອງຕາມຫຼັກການ ເພື່ອພັດທະນາໂຮງຮຽນໃຫ້ບັນລຸຕາມມາດຕະຖານຄຸນນະພາບການສຶກສາ, ໃກ້ຊິດຕິແທດກັບປະຊາຊົນ ແລະ ຍົກສະມັດທະພາບການສຶກສາໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

About admins16